ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຕ້ອນຮັບ​ທີ່​ປຶກສາ
ທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ​ເຂົ້າ​ຢ້ຽມອຳ​ລາ


     ໃນວັນທີ 5 ພະຈິກນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພັນເອກ ອາເລັກ
ເຊ ກາວາລົບ ທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສ ຣັດເຊຍ ປະຈຳລາວ ເນື່ອງໃນໂອກາດຈະສຳເລັດໜ້າທີ່ການທູດຢູ່ ສປປ ລາວ ໃນທ້າຍເດືອນພະຈິກ 2019 ນີ້.

     ໂອກາດດັ່ງກ່າວນີ້, ທ່ານ ພັນເອກ ອາເລັກເຊ ກາວາລົບ ທີ່ປືກສາທູດຝ່າຍ ປ້ອງກັນຊາດ ສ ຣັດເຊຍປະຈຳລາວ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ ທ່ານ ຮອງລັດ
ຖະມົນຕີ ກໍຄືກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອຕະຫຼອດໄລຍະເວລາທີ່ຕົນມາດຳລົງຕຳແໜ່ງ ເປັນທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈຳ
ສປປ ລາວ ພ້ອມທັງໄດ້ລາຍງານການເຄື່ອນໄຫວໃນການປະຕິບັດໜ້າທີ່ຂອງຕົນ ໃນໄລຍະຜ່ານມາເປັນຕົ້ນແມ່ນການຮ່ວມມືລະຫວ່າງສອງປະເທດ ກໍຄືສອງກອງທັບ
ລາວ-ຣັດເຊຍ ແມ່ນມີການພົວພັນຮ່ວມມືທີ່ເປັນມູນເຊື້ອມາແຕ່ຍາວນານ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານຕ່າງໆ ມາໂດຍຕະຫຼອດ ເຊິ່ງ ມັນເປັນການຮັດ
ແໜ້ນການພົວພັນ ຣັດເຊຍ-ລາວ ໃຫ້ນັບມື້ນັບມີການຂະຫຍາຍຕົວຂຶ້ນເປັນກ້າວໆ.

     ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງ ທ່ານ ທີ່ປືກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ ທີ່ໄດ້ເອົາ
ໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນ ຈົນສຳເລັດຢ່າງສະຫງ່າງາມ ແລະ ມີໝາກຜົນທີ່ພົ້ນເດັ່ນຫຼາຍດ້ານ ເຊິ່ງມັນແມ່ນບາດກ້າວໜຶ່ງໃນການຮ່ວມມື ເພື່ອເສີມສ້າງສາຍ
ພົວພັນມິດຕະພາບຄວາມສາມັກຄີຂອງສອງປະເທດ ກໍຄືຂອງສອງ ກອງທັບ ລາວ-ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຍືນຍົງຕະຫຼອດໄປ. ພ້ອມກັນນີ້, ທ່ານຮອງ ລັດ
ຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ປະດັບຫຼຽນໄຊພິລາດອາດຫານ ຊັ້ນ II ໃຫ້ແກ່ ທ່ານ ພັນເອກ ອາເລັກເຊ ກາວາລົບ ໃນໂອກາດສຳເລັດໜ້າທີ່
ການ ທູດຢູ່ ສປປ ລາວ ນຳອີກ.