ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ປິດບັ້ນເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ

     ໃນວັນທີ 30 ພະຈິກ 2017 ນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໃຫ້ກຽດໂອ້ລົມພະນັກງານຫຼັກແຫຼ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ ທີ່ດໍາ
ເນີນມາດ້ວຍຄວາມຮັບຜິດຊອບສູງ.


ພົນຕີ ແອສະໄໝ ເລືອງວັນໄຊ ໂອ້ລົມພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມກອງປະຊຸມເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ

     ທ່ານຫົວໜ້າກົມໃຫຍ່ເຕັກນິກກອງທັບ ຕີລາຄາວ່າ: ຜ່ານການຄົ້ນຄວ້າເຊື່ອມຊຶມບັນດາເນື້ອໃນເອກະສານ ແລະ ການປະກອບຄໍາເຫັນຂອງບັນດາ
ນາຍທະຫານທີ່ເຂົ້າຮ່ວມແມ່ນດຳເນີນດ້ວຍບັນຍາກາດຟົດຟື້ນເລິກເຊິ່ງ ແລະ ມີຊີວິດຊີວາໄດ້ເຮັດໃຫ້ເກີດມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງແຜນ
ນະໂຍບາຍຂອງພັກ ເຊິ່ງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເພື່ອພ້ອມກັນນຳໄປສືບຕໍ່ດໍາເນີນການເຊື່ອມຊຶມຢູ່ກົມກອງຂອງຕົນໃຫ້ເປັນຂະບວນການທີ່
ກວ້າງຂວາງ ແລະ ເຂົ້າສູ່ລວງເລິກ. ທ່ານຫົວໜ້າກົມໃຫຍ່ເຕັກນິກກອງທັບຍັງເນັ້ນວ່າ: ເມື່ອກັບສູ່ກົມກອງຂອງຕົນແລ້ວຈະຕ້ອງຄົ້ນຄ້ວາປຶກສາຫາລືໃນ
ໝູ່ຄະນະ ເພື່ອປັບປຸງທິດທາງແຜນການເຊື່ອມຊຶມເອກະສານຂອງຕົນ ລວມທັງຊອກຫາມາດຕາການຕົວຈິງ ແລະ ຕັດສິນໃຈຈັດຕັ້ງປະຕິບັດທິດທາງແຜນ
ການ ດັ່ງກ່າວຢ່າງຈິງຈັງ ໂດຍເລັ່ງໃສ່ແກ້ໄຂບັນຫາຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງບົນຈິດໃຈຢຶດໝັ້ນທັດສະນະຫຼັກການຂອງພັກ ແລະ ຍົກສູງຄວາມຮັບ
ຜິດຊອບການເມືອງໃນການເບິ່ງ ແລະ ແກ້ໄຂບັນຫາ, ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກົມກອງໃນໄລຍະໃໝ່, ເອົາໃຈ
ໃສ່ສຶກສາອົບຮົມນໍາພາສະມາຊິກພັກພະນັກງານ-ນັກຮົບຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນການຍົກສູງຄວາມຮັບຜິດຊອບຕໍ່ປະເທດຊາດ, ຕໍ່
ພັກ, ຕໍ່ກອງທັບ ແລະ ຕໍ່ປະຊາຊົນ, ຮັບໃຊ້ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈເດັດດ່ຽວຕັດສິນໃຈແກ້ໄຂບັນຫາປາກົດການຫຍໍ້ທໍ້, ບັນຫາຄົງຄ້າງຕ່າງໆໃຫ້
ໝົດໄປ.