ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍ່າງເພື່ອສຸຂະພາບໃນໂອກາດລະນຶກວັນສາກົນ
ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ


ພົນຈັດຕະວາ
ວັນທອງ ກອງມະນີ ເຂົ້າຮ່ວມຍ່າງເພື່ອສຸຂະພາບ
ໃນໂອກາດລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

     ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດໄດ້ຈັດພິທີຍ່າງເພື່ອສຸຂະພາບໃນໂອກາດລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນ
ວັນທີ 30 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນກອງທັບ, ມີພັນເອກ ນາງ ຄຳພູ ສິດທິເສນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນ
ແມ່ຍິງກະຊວງປ້ອງກັນປະເທດ, ທ່ານ ນາງ ຈົງຈິດ ຈັນທະລານົນ ກອງເລຂາຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ມີຄະນະພັກ
ຄະນະບັນຊາ, ຫ້ອງການ, ກົມ, ກອງອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍຄອບຄົວການນຳ ແລະ ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງບັນດາກົມກອງອ້ອມຂ້າງ
ກະຊວງເຂົ້າຮ່ວມ.

     ພັນເອກ ນາງ ຄຳພູ ສິດທິເສນ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້ແມ່ນເພື່ອລະນຶກເຖິງວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະ
ຈິກ 2018 ເປັນການໂຄສະນາເຜີຍແຜ່, ປຸກລະ ດົມ, ສຶກສາອົບຮົມໃຫ້ແມ່ຍິງເຂົ້າໃຈເລິກເຊິ່ງຕໍ່ວັນດັ່ງກ່າວ, ເຊິ່ງປີນີ້ໄດ້ກຳນົດພາຍໃຕ້ຄຳຂວັນ “ຮັບຟັງຂ້ອຍແດ່”, ເຖິງຈະ
ເປັນຂໍ້ຄວາມສັ້ນໆແຕ່ມີເນື້ອໃນທີ່ເຮັດເປັນໜ້າທີ່ເປັນຕົວແທນໃນການສື່ສານເຖິງຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄອບ
ຄົວກໍຄືສັງຄົມທີ່ຈະຕ້ອງຮັບຟັງ ຫຼື ບັນຫາຂອງແມ່ຍິງ ແລະ ເດັກຍິງຜູ້ທີ່ຖືກຜົນກະທົບຈາກການໃຊ້ຄວາມຮຸນແຮງມາເປັນເວລາດົນ ເຊິ່ງຈະສົ່ງຜົນກະທົບທາງດ້ານລົບຕໍ່
ການພັດທະນາເສດຖະກິດ-ສັງຄົມ, ເປັນຕົ້ນແມ່ນຜົນກະທົບທາງດ້ານຈິດໃຈ-ຮ່າງກາຍຂອງແມ່ຍິງ ແລະ ເດັກຍິງ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງແມ່ນປາ
ກົດການຫຍໍ້ທໍ້ໜຶ່ງຂອງສັງ ຄົມ ເຊິ່ງມີຫຼາຍຮູບແບບເຊັ່ນ: ການບັງຄັບໃຫ້ແຕ່ງງານ, ແຕ່ງງານແຕ່ອາຍຸຍັງນ້ອຍ, ການຄ້າມະນຸດ, ການບັງ ຄັບຮ່ວມເພດ ແລະ ການຂົ່ມຂືນ
ກະທຳຊຳເລົາສາມາດເກີດຂຶ້ນຢູ່ໃນຄອບຄົວ, ຊຸມຊົນ, ໃນຕົວເມືອງ ແລະ ຊົນນະບົດ, ເຊິ່ງມັກເກີດຂຶ້ນກັບແມ່ຍິງ ແລະ ເດັກຍິງ ບັນຫາດັ່ງກ່າວເປັນສິ່ງກົດໜ່ວງທ່ວງດຶງ
ການພັດທະນາຄວາມອາດສາມາດຂອງແມ່ຍິງຕະຫຼອດມາ ສະນັ້ນຈຶ່ງຮຽກຮ້ອງມາຍັງບັນດາທ່ານຄະນະນຳສະຫະພັນແມ່ຍິງທຸກຂັ້ນຕອນຄະນະພັກ-ຄະນະບັນຊາທຸກພາກ
ສ່ວນຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນສຸມທຸກສະຕິປັນ ຍາເຂົ້າໃນການສ້າງຂະບວນການດ້ານຕ່າງໆ ເພື່ອປະກອບສ່ວນຕອບຕ້ານທຸກຮູບແບບໃນການໃຊ້
ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານໃຫ້ຮັບຜົນດີຂຶ້ນເລື້ອຍໆ.