ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝທີ V


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ກະຊວງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 6 ມັງກອນ 2021 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະ ບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝທີ V.
ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ກະຊວງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ ແລະ ບັນດາກຳມະການຄະນະພັກ ກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ໃນກອງປະຊຸມ, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວ
ໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາ ຄະນະບໍລິຫານງານພັກ ກະຊວງປ້ອງ
ກັນປະເທດ ສະໄໝທີ V ປະກອບມີ 33 ສະຫາຍ ແລະ ຜ່ານຮ່າງແຜນການວຽກງານຈຸດສຸມຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໃນປີ
2021. ໃນກອງປະຊຸມບັນ ດາສະຫາຍຄະນະພັກ ກະຊວງປ້ອງກັນປະເທດ ຍັງໄດ້ຜັດປ່ຽນກັນປະກອບຄຳຄິດເຫັນໃສ່ຮ່າງແຜນການວຽກງານຈຸດສຸມໃນປີ
2021 ຢ່າງກົງໄປກົງມາ ແລະ ເປັນເອກະພາບ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະເໜີຜ່ານແຜນແບ່ງຄວາມຮັບຜິດຊອບຊີ້ນໍາຂອງຄະນະປະຈໍາພັກ ກະຊວງປ້ອງກັນປະ
ເທດ ສະໄໝທີ V ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍໃນຄະນະພັກ ກະຊວງປ້ອງກັນປະເທດ ສະໄໝທີ V ເອົາໃຈໃສ່ຊີ້ນໍາ-ນໍາພາບັນດາວຽກງານຕ່າງໆ
ໃຫ້ປາກົດຜົນເປັນຈິງ, ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ແລະ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າສູ່ວຽກງານຕົວ
ຈິງຂອງບັນດາກົມກອງໃນກຳລັງຫຼວງ-ກຳລັງທ້ອງຖິ່ນ, ກໍານົດແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ວມຕົວຈິງຂອງກອງທັບສ້າງ
ກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ.