ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສະຫຼຸບຖອດຖອນບົດຮຽນວຽກງານກວດກາ
ປະຈຳປີ 2017 ແລະ ເຜີຍແຜ່ກົດໝາຍຄອບຄົວ

     ໃນວັນທີ 2 ກຸມພາ 2018 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນວຽກງານກວດກາປະຈຳປີ
2017 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ
ວປກ, ມີຄະນະພັກ ວປກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກຂັ້ນພັນຕີຂຶ້ນໄປເຂົ້າຮ່ວມ.


ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເປັນປະທານສະຫຼຸບຖອດຖອນບົດຮຽນວຽກງານກວດກາປະຈຳປີ 2017 ແລະ ເຜີຍແຜ່ກົດໝາຍຄອບຄົວ

     ໂອກາດນີ້ ພັນໂທ ອັ້ນ ພົມມະວົງ, ຫົວໜ້າພະແນກກວດກາ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານກວດກາປະຈຳປີ 2017 ແລະ ທິດທາງແຜນການປີ
2018 ເຊິ່ງຜ່ານການເຄື່ອນໄຫວວຽກງານກວດກາໃນໄລຍະ 1 ປີ ທີ່ຜ່ານມາ, ສາມາດຕີລາຄາໄດ້ຈຸດດີ, ຈຸດອ່ອນ ແລະ ຜົນງານການເຄື່ອນໄຫວໃນໄລ
ຍະຜ່ານມາບໍ່ວ່າຈະເປັນດ້ານວຽກງານກວດກາພັກ, ກວດກາລັດ, ວຽກງານແກ້ໄຂຄຳຮ້ອງ, ຄຳສະເໜີຕ່າງໆ, ກໍຄືວຽກງານປັບປຸງການຈັດຕັ້ງ ແລະ ວຽກ
ງານວິຊາສະເພາະ ເຊິ່ງຍາມໃດຄະນະພັກ-ຄະນະບັນຊາ ວປກ ກໍໄດ້ຊີ້ທິດເຢືອງທາງໃນການເຄື່ອນໄຫວວຽກງານກວດກາເປັນປະຈຳ ເຮັດໃຫ້ວຽກງານກວດ
ກາປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂອງ ວປກ ເຮັດໃຫ້ສະມາຊິກພັກ-ນັກຮົບ, ນັກສຶກສາຢູ່ພາຍໃນມີຄວາມສະຫງົບໂດຍພື້ນຖານ, ບັນດາປາ
ກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂຕົກໄປເທື່ອລະກ້າວ, ສະເພາະພະແນກກວດກາກໍໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບໃໝ່ ສາ
ມາດເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ວປກ ຢ່າງແທ້ຈິງ, ຈາກນັ້ນກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ
ເພື່ອພ້ອມກັນ ປັບປຸງເຮັດໃຫ້ເນື້ອໃນບົດສະຫຼຸບວຽກງານດັ່ງກ່າວມີຄວາມອຸດົມສົມບູນ.

     ໂອກາດນີ້ ປະທານກໍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມເພີ່ມທະວີການຄົ້ນຄວ້າເຊື່ອມຊຶມກຳແໜ້ນທິດສະດີ, ຫຼັກການ, ວິທີການ ແລະ ໜ້າທີ່ຄວາມຮັບຜິດ
ຊອບຂອງແຕ່ລະພາກສ່ວນ, ຈັດສັນແບ່ງເວລາສຶກສາ ແລະ ເກັບກຳເອກະສານເພື່ອເປັນພື້ນຖານໃຫ້ແກ່ການແກ້ໄຂຢູ່ຂັ້ນຂອງຕົນໃຫ້ຖືກຕ້ອງ ແລະ ຮັບ
ປະກັນບໍ່ໃຫ້ມີບັນຫາພະນັກງານເຫຼືອບໍ່ພໍ, ສ້າງໃຫ້ໄດ້ພະນັກງານສຶບທອດປ່ຽນແທນ, ເນັ້ນໜັກໃຫ້ການຈັດຕັ້ງພັກແຕ່ລະຂັ້ນຕ້ອງຖືສຳຄັນວຽກງານກວດ
ກາ ແລະ ປະຕິບັດວຽກງານກວດກາຢ່າງປົກກະຕິ, ກວດກາຕາມການຊີ້ນຳ ແລະ ກວດກາສະເພາະກິດ, ຊອກຮູ້ບັນຫາໃຫ້ວ່ອງໄວ ແລະ ປັບປຸງພະນັກງານ,
ສະມາຊິກພັກໃຫ້ເປັນຄົນດີ, ກຳມະການຮາກຖານພັກຕ້ອງກຳແໜ້ນພາລະບົດບາດໜ້າທີ່ຢ່າງເຕັມສ່ວນໃນການເຄື່ອນໄຫວ ແລະ ສ້າງຄວາມເຊື່ອໝັ້ນໃຫ້
ແກ່ພະນັກງານ-ສະມາຊິກພັກ, ເສີມຂະຫຍາຍຄວາມຮັບຜິດຊອບຂອງໝົດທຸກຄົນເຂົ້າໃນການກວດກາຕົນເອງ ກວດກາເຊິ່ງກັນ ແລະ ກັນ ແລະ ກວດກາ
ລວມໝູ່ ທັງນີ້ກໍເພື່ອພ້ອມກັນປະກອບສ່ວນເປັນເສນາທິການດ້ານວຽກງານກວດກາໃຫ້ແກ່ຄະນະພັກ-ຄະນະບັນຊາ ວປກ ເຮັດໃຫ້ ວປກ ມີຄວາມສະ
ຫງົບໂດຍພື້ນຖານ.