ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ
ປະຊາຊົນລາວ
ຄົບຮອບ 70 ປີ ຢ່າງຄຶກຄື້ນ


ພົນຕີ ພູວົງ ວົງພົມ ເປັນປະທານພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊໄດ້ຈັດຂຶ້ນຢ່າງຄຶກຄື້ນໃນວັນທີ 1 ກຸມພາ 2019
ນີ້, ພາຍໃຕ້ການເປັນປະທານ ທ່ານ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພັນເອກ ອິນຫວນ ວໍລະສານ ເລຂາ
ຄະນະພັກ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ພ້ອມຄະນະ, ມີນັກຮົບແຂ່ງຂັນ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນຈາກກົມກອງ
ອ້ອມຂ້າງ, ຄະນະບັນຊາຫ້ອງການ, ຄະນະພະແນກການ, ຄະນະກອງພັນນັກຮຽນ, ຄະນະກອງຮ້ອຍ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ ທີ່ເດີ່ນຝາມໄຊ. ກ່ອນຈະເຂ້ົາພິທີ
ຍັງໄດ້ຊົມການສະແດງສີລະປະສະມັກຫຼີ້ນຂອງໂຮງຮຽນ 3 ລາຍການ ແລະ ການສະແດງຂອງນັກຮຽນນາຍສິບ (ຫັດກາຍມວຍ 16 ຈັງຫວະ, ຫັດກາຍມືເປົ່າ 2 ບົດ 24
ຈັງຫວະ).

     ໂອກາດດັ່ງກ່າວ ທ່ານ ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນຂຶ້ນກ່າວທົບທວນຄືນເຖິງປະຫວັດແຫ່ງການກຳເນີດເກີດຂຶ້ນ ແລະ
ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຕະຫຼອດ 70 ປີຜ່ານມາ. ເຊິ່ງກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ຢູ່ເຂດລາວ
ຮຸ່ງພຽງສາ, ຢູ່ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນໍາບັນຊາໂດຍກົງ, ນັບແຕ່ກອງທັບເຮົາໄດ້ຮັບການສ້າງຕັ້ງ
ຂຶ້ນກໍໄດ້ຮັບພາລະກິດອັນໜັກໜ່ວງຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກໍາລັງພົນທີ່ເໜືອກ່ວາ ເພື່ອ
ປົກປັກຮັກສາປະເທດຊາດດ້ວຍນໍ້າໃຈອົງອາດກ້າຫານ, ຍຶດເຍື້ອຍາວນານ, ທໍລະຫົດອົດທົນເຕັມໄປດ້ວຍຄວາມເສຍສະຫຼະອັນສູງສົ່ງ, ກອງທັບເຮົາຍິ່ງຕີກໍຍິ່ງມີຄວາມ
ເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ, ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ກ້າວໄປເຖິງໄຊຊະນະຂັ້ນສຸດທ້າຍສາມາດປົດປ່ອຍປະເທດຊາດ
ແລະ ສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

     ພ້ອມດຽວກັນ ຍັງຍົກໃຫ້ເຫັນພາລະບົດບາດໜ້າທີ່ຕົ້ນຕໍຂອງໂຮງຮຽນເຂົ້າໃນການປັບປຸງກໍ່ສ້າງພະນັກ ງານຮຸ່ນສືບທອດປ່ຽນແທນໃຫ້ກໍາລັງປະກອບອາວຸດ ຮັບປະ
ກັນດ້ານຄຸນນະພາບປະກອບຢູ່ກໍາລັງຫຼວງ-ກໍາລັງທ້ອງຖິ່ນໄດ້ 18 ພັນກ່ວາຄົນ, ແລ້ວວຽກງານອື່ນໆທີ່ປິ່ນອ້ອມວຽກງານຂອງໂຮງຮຽນຢ່າງມີປະສິດທິຜົນສູງ, ຈາກຜົນ
ງານດັ່ງກ່າວທີ່ຍາດມາໄດ້ນ້ັນເຮັດໃຫ້ໂຮງຮຽນໄດ້ຮັບການຍ້ອງຍໍຈາກພັກ ແລະ ລັດດັ່ງນີ້: ຮັບຫຼຽນໄຊປະຕິວັດຊະນະເລີດຊັ້ນ II 2 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II
1 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ, ຊັ້ນ III 2 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II 9 ໜ່ວຍ, ຊັ້ນ III 11 ໜ່ວຍ ແລະໃບຍ້ອງຍໍປະເພດຕ່າງໆ ແລະ ໃບຈາລຶກບຸນ
ຄຸນຈໍານວນໜຶ່ງ.

     ໂອກາດດັ່ງກ່າວ ຍັງໄດ້ມີການປະດັບຫຼຽນໄຊປະເພດຕ່າງໆໃນຜົນງານ 5 ປີ ( 2014-2019 ) ຕື່ມອີກ. ຈາກນັ້ນໄດ້ຊົມພິທີສວນສະໜາມຂອງກ້ອນກຳລັງຕ່າງໆ ເພື່ອ
ສ້າງບັນຍາກາດໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທີ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊເປັນຂະບວນການຄຶກຄື້ນ ແລະເບີກ
ບານມ່ວນຊື່ນ.