ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເປີດຂະບວນການ ຮັບຮອງເອົາຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ

     ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຫຼາຍສະບັບ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບ
ຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 6 ມີນາ 2017 ນີ້, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ວຽງໄຊ ສົມ
ວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍ
ໃນກົມເຂົ້າຮ່ວມ 100 ກວ່າສະຫາຍ.

                            
                                                          ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເປີດຂະບວນການຮັບຮອງເອົາຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ

     ເອກະສານທີ່ນຳມາເຊື່ອມຊຶມຄັ້ງນີ້ປະກອບມີ: ມະຕິວ່າດ້ວຍມາດຕະການແກ້ໄຂພະຍາດອາດຍາສິດຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງຂອງຄະ
ນະບໍລິຫານງານສູນກາງພັກ, ບົດແນະນຳຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງພັກ-ພະນັກງານທົ່ວກອງທັບ, ຂໍ້ກຳນົດຂອງກົມໃຫຍ່ການ
ເມືອງກອງທັບ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວຊີວິດວັດທະນະທຳ, ສິລະປະວັນນະຄະດີໃນກອງທັບ, ຄຳສັ່ງແນະນຳ ແລະວິທີຈັດຕັ້ງປະຕິບັດກົມ
ກອງ 3 ປອດ ຄື: ປອດໄພ ປອດໃສ ແລະປອດຄະດີ, ຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບການນຳໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍ
ເຂົ້າພັກໃນກອງທັບ, ຄຳສັ່ງແນະນຳກ່ຽວກັບການຈັດຕັ້ງເປີດຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ
70 ປີ. ໃນໂອກາດນີ້ຍັງໄດ້ຜ່ານຂໍ້ແຂ່ງຂັນ 6 ຂໍ້ ຂອງກະຊວງປ້ອງກັນປະເທດວາງອອກ ເພື່ອໃຫ້ທຸກພະແນກການພາຍໃນກົມຈັບມືກັນນຳໄປຈັດຕັ້ງປະຕິ
ບັດໃຫ້ເປັນຮູບປະທຳ ແລະມີທ່າກ້າວຂະຫຍາຍຕົວດີຂຶ້ນເທື່ອລະກ້າວ.


ພັນເອກ ວຽງໄຊ ສົມວິຈິດ ໂອ້ລົມຕໍ່ພິທີເປີດຂະບວນການຮັບຮອງເອົາຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ

     ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງໂອ້ລົມຂອງສະຫາຍຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຕື່ມອີກ.


ພະແນກການຈັບມືກັນເປີດຂະບວນການຮັບຮອງເອົາຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ