ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ 988 ຖືເອົາວຽກງານປ້ອງກັນເປັນບູລິມະສິດອັນດັບໜຶ່ງຂອງກົມກອງ

     ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ຂອງກອງພັນ 988 ທີ່ຈັດຂຶ້ນໃນ
ວັນທີ 6 ມີນາ ນີ້, ໂດຍເປັນກຽດເຂົ້າຮ່ວມເປັນປະທ່ານພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງປັບປຸງແບບແຜນວິທີເຮັດວຽກງານໃນການຊີ້ນຳບັນຊາໃຫ້ສອດຄ່ອງກັບ
ສະພາບຄວາມເປັນຈິງໃນປັດຈຸບັນຂອງກົມກອງ ເພື່ອພ້ອມກັນປັບປຸງລະບຽບແບບແຜນ, ຍົກລະດັບວິຊາສະເພາະເຮັດວຽກງານສຶກສາອົບຮົມການເມືອງ
ແນວຄິດໃຫ້ພະນັກງານ-ນັກຮົບຢ່າງຕໍ່ເນື່ອງເວົ້າສະເພາະແມ່ນເຮັດວຽກງານປ້ອງກັນການນຳໃຫ້ມີ ຄວາມປອດໄພ 100%.


ພົນຈັດຕະວາ ຜາລົມ ລິນທອງ ເປັນປະທານກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2017
ແລະ ວາງທິດທາງແຜນການປີ 2018 ຂອງກອງພັນ 988

     ຄຽງຄູ່ກັນນັ້ນທ່ານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາຕ້ອງສຸມໃສ່ພັດທະນາກົມກອງຂອງຕົນໃຫ້
ດີຂຶ້ນ ເປັນກ້າວໆເຮັດວຽກໃຫ້ມີແບບແຜນເປັນໝູ່ຄະນະ, ປະຊາທິປະໄຕ, ມີຄວາມເປັນເອກະພາບ ສ້າງພະນັກງານນັກຮົບສືບທອດປ່ຽນແທນຢ່າງມີຄຸນ
ນະພາບ ຮັບປະກັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຂັ້ນເທິງເປັນຢ່າງດີ ກອງພັນ 988 ເຊິ່ງເປັນກອງວິຊາສະເພາະໜຶ່ງມີພາລະບົດບາດ ໜ້າທີ່
ໃນການປ້ອງກັນອົງການ ການນຳ ແລະ ກິດຈະກຳສຳຄັນ ຕ່າງໆຂອງພັກ-ລັດແຂກພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມປອດໄພ 100%.

     ໄລຍະໜຶ່ງປີຜ່ານມາກົມກອງ ສາມາດຍາດໄດ້ຜົນງານພົ້ນເດ່ັນຫຼາຍດ້ານ ເປັນຕົ້ນແມ່ນຮັບປະກັນຄວາມປອດໄພໃຫ້ແກ່ການນຳ ແລະ ແຂກຕ່າງປະ
ເທດມີຄວາມປອດໄພ 100% ນຳພາກົມກອງປັບປຸງລະບຽບແບບແຜນຍົກລະດັບວິຊາສະເພາະ ເຝິກອົບຮົມການເມືອງການທະຫານປະກອບສ່ວນຢ່າງຕັ້ງ
ໜ້າເຂົ້າໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ກຽມພ້ອມສູ້ຮົບ ແລະ ແກ້ໄຂໄພພິບັດຕາມການມອບໝາຍຂອງຂັ້ນເທິງ.

     ຢ່າງໃດກໍຕາມນອກຈາກຜົນງານທີ່ພົ້ນເດັ່ນກົມກອງຍາດມາ ໄດ້ແລ້ວກອງພັນ 988 ຍັງຕ້ອງໄດ້ປັບປຸງຫຼາຍດ້ານ ເປັນຕົ້ນແມ່ນປັບປຸງສຳນັກງານອົງ
ການຂອງກອງພັນ, ຄັດເລືອກບຸກຄະລາກອນທີ່ເໝາະສົມກັບວິຊາສະເພາະ, ຍົກລະດັບວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ຢ່າງ
ຕໍ່ເນື່ອງທົ່ວເຖິງ, ປະກອບພາຫະນະຮັບໃຊ້ທີ່ຈຳເປັນໃຫ້ແກ່ວຽກງານວິຊາສະເພາະຕົວຈິງ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

     ກອງປະຊຸມນີ້ມີຜູ້ຕາງໜ້າ ຈາກກົມປ້ອງກັນພາຍໃນ, ຫ້ອງການກົມໃຫຍ່, ຫ້ອງການເມືອງ, ຄະນະພັກ-ຄະນະບັນຊາພະນັກງານຫຼັກແຫຼ່ງທົ່ວກອງພັນ
988 ເຂົ້າຮ່ວມ.