ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດປັບປຸງການຈັດຕັ້ງຂັ້ນກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ


ພົນຕີ ຈັນທອງ ສອນຕະອາດ ເປັນປະທານພິທີປະກາດການປັບປຸງການຈັດຕັ້ງກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ

     ວັນທີ 5 ມີນາ 2019 ນີ້, ກົມໃຫ່ຍເສນາທິການກອງທັບ ໄດ້ຈັດພິທີປະກາດການປັບປຸງການຈັດຕັ້ງ ຢູ່ບັນດາກົມກອງຮາກຖານ ແລະ ຊັບຊ້ອນໜ້າທີ່ໃໝ່ຢູ່ 17 ຫົວ
ໜ່ວຍກົມກອງທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະ ພັກກະຊວງ
ປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາບັນດາອົງການກົມກອງ , ຫ້ອງການ ແລະ ຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ
ແຕ່ງຕັ້ງຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ບັນດາກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ
ໝວດ lV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານຕາມທິດທາງແຜນການກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກໍາລັງປະກອບ
ອາວຸດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນີ້ກົມໃຫຍ່ເສນາທິການກອງທັບໄດ້ຕົກ
ລົງແຕ່ງຕັ້ງບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ກົມກອງ, ຫ້ອງການ ຈຳນວນ 17 ຫົວໜ່ວຍກົມກອງ.

     ໂອກາດນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ໃຫ້ການໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກ-ຄະ
ນະບັນຊາ ແລະ ຜູ້ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ຈົ່ງພ້ອມກັນຍົກສູງບົດບາດການນໍາພາ-ບັນຊາເຮັດວຽກເປັນໝູ່ຄະນະ ແລະ ພ້ອມກັນເຊີີດຊູຄວາມຮັບຜິດຊອບສູ້ ຊົນເຮັດສຳເລັດ
ໜ້າການເມືອງທີ່ຂັ້ນເທິງມອບໝາຍ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານສຶກສາອົບຮົມ-ການເມືອງນໍາພາແນວຄິດ, ຕິດພັນກັບການກໍ່ສ້າງກໍາລັງປະກອບອາວຸດຂອງ
ກອງທັບປະຊາຊົນລາວໃຫ້ມີຄວາມໜັກແໜ້ນເຂັ້ມແຂງສາມາດຊີ້ນຳ-ນໍາພາກົມກອງເຮັດວຽກງານໃຫ້ມີຜົນສຳເລັດໃນສະເພາະໜ້າ ແລະ ຍາວນານ. ຍົກສູງບົດບາດການ
ນຳພາຂອງພັກໃຫ້ສູງຂຶ້ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີນໍ້າໃຈສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ.