ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ I ເຂດ 2 ປີ 2017

     ຕອນເຊົ້າຂອງວັນທີ 29 ມີນາ 2017 ນີ້, ຢູ່ໂຮງໝໍບໍລິເວນ 107 ໄດ້ເປີດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ I ປີ
2017 ຂຶ້ນ ໂດຍໂຮງໝໍບໍລິເວນ 107 ແລະໂຮງງານປະສານເຫຼົ່າຫຼວງພະບາງຮ່ວມກັນເປັນເຈົ້າພາບ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ພູວົງ ວົງ
ພົມ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານຄະນະຮັບສ່ອງແສງຈາກອົງການຂັ້ນເທິງ ແລະບັນດາທ່ານ
ຕົວແທນມາຈາກ 8 ກົມກອງເຂົ້າຮ່ວມ.


ພົນຕີ ພູວົງ ວົງພົມ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ I ປີ 2017

     ໃນພິທີ ທ່ານປະທານໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຫຼັງຈາກນັ້ນແຕ່ລະກົມກອງກໍ່ໄດ້ຜັດປ່ຽນກັນລາຍງານວຽກງານ ພັກ-ວຽກງານການ
ເມືອງປະຈຳໄຕມາດ I ປີ 2017 ໃຫ້ແກ່ຄະນະພັກກະຊວງ ພາຍຫຼັງຄະນະຮັບສ່ອງແສງຈາກອົງການຂັ້ນເທິງໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຕໍ່ກອງ
ປະຊຸມ ທ່ານ ພົນຕີ ພູວົງ ວົງພົມ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຍົກສູງວຽກງານປ້ອງກັນຊາດ
ປ້ອງກັນຄວາມສະຫງົບ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຕໍ່ເນື່ອງມີແບບແຜນວິທີເຮັດວຽກ ຖືຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນ
ໝູ່ຄະນະບຸກຄົນຮັບຜິດຊອບ ມີນ້ຳໃຈດຸໝັ່ນຂະຫຍັນພຽນ ເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.