ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກປາຖະກະຖາລະນຶກວັນສ້າງຕັ້ງພັກ ຄົບຮອບ 62 ປີ

     ວັນທີ 30 ມີນາ 2107 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ ( ວັນທີ
22 ມີນາ 1955 – 22 ມີນາ 2017 ) ແລະ ເຊື່ອມຊືມເອກະສານສໍາຄັນຕ່າງໆ ໂດຍການປາຖະກະຖາຂອງ ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ
ຄະນະພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະພະແນກການເຂົ້າ
ຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ປາຖະກະຖາມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປ

     ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການເລົ່າຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ເຫດການປະຫວັດສາດການນໍາພາຂອງພັກປະຊາຊົນປະຕິວັດ
ລາວໃນແຕ່ລະໄລຍະຜ່ານມາ ເຫັນໄດ້ເຖິງມູນເຊື້ອໃນການຕໍ່ສູ້ ເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມູນເຊື້ອການປົກປັກຮັກສາ ແລະສ້າງສາພັດທະ
ນາປະເທດຊາດ, ຜົນສໍາເລັດແຫ່ງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ຜະເຊີນໜ້າກັບພວກລ່າເມືອງຂຶ້ນ
ແບບເກົ່າ ແລະແບບໃໝ່, ພັກເຮົາໄດ້ແບກຫາບເອົາພາລະອັນໜັກໜ່ວງເພື່ອຊີ້ນໍາ-ນໍາພາປວງຊົນລາວທັງຊາດທີ່ເຕັມໄປດ້ວຍຄວາມເສຍສະຫຼະກ້າວໄປ
ເຖິງການປົດປ່ອຍປະເທດຊາດຢ່າງສົມບູນ, ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຕະຫຼອດໄລຍະ 62 ປີຜ່ານມາ ສ້າງກອງທັບ ໃຫ້ມີຄວາມເຕີບໃຫຍ່
ເຂັ້ມແຂງເປັນກ້າວໆ. ໃນກອງປະຊຸມຍັງໄດ້ຈັດຕັ້ງເປີດຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບຂະບວນການສ້າງຜົນງານ ເພື່ອຂໍ່ານັບຮັບ
ຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະວັນສ້າງຕັ້ງກົມໃຫຍ່ເຕັກນິກກອງທັບຄົບຮອບ 5 ປີ, ຕາມຄໍາສັ່ງແນະນໍາ ແລະເນື້ອໃນຂໍ້ແຂ່ງ
ຂັນຂອງກົມໃຫຍ່ການເມືອງກອງທັບວາງອອກນັ້ນ ແມ່ນຖືເອົາບັ້ນແຂ່ງຂັນດັ່ງກ່າວເປັນການປັບປຸງກໍ່ສ້າງກົມກອງຮອບດ້ານໃຫ້ມີຜົນສໍາເລັດອັນໃໝ່ ເພື່ອ
ເປັນການປົກປັກຮັກສາ ແລະສ້າງສາປະເທດຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອພິລາດອາດຫານຂອງກອງທັບປະຊາຊົນລາວ, ຍົກສູງສະຕິລະວັງຕົວກຽມ
ພ້ອມສູ້ຮົບ, ປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຮັບປະກັນເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ 100% ຈັດຕັ້ງພະ
ນັກງານຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ຄາດໝາຍ ແລະ4 ເນື້ອໃນຂອງ ການແຂ່ງຂັນ (ຮັກຊາດ ແລະພັດທະນາ) ຕິດພັນກັບໜ້າທີ່ປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ, ກົມກອງປອດໃສ, ປອດໄພ, ປອດຄະດີ, ກົມ
ກອງວັດທະນະທໍາ-ນັກຮົບວັດທະນະທໍາໃຫ້ເປັນຂະບວນການຟົດຟື້ນກ້ວາງຂວາງ, ຮັບປະກັນທາງດ້ານຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ
ເລື້ອຍໆ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີອັນດີງາມລະຫວ່າງກອງທັບກັບປະຊາຊົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.