ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະກຽມສ້າງຄ້າຍຈຳລອງກອງຟ້າງຸ່ມຢູ່ເມືອງສັງທອງ

     ວັນທີ 5 ເມສາ 2017, ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ສົມທົບກົມໂຄສະນາອົບຮົມກົມໃຫຍ່
ການເມືອງກອງທັບ, ກົມກໍ່ສ້າງ, ກົມຊ່າງແສງ, ກອງບັນຊາການທະຫານນະຄອນຫຼວງ, ບໍລິສັດສະຫວັນໄຊກໍ່ສ້າງ, ຮອງເຈົ້າເມືອງສັງທອງ ແລະພະນັກງານ
ວິຊາການທີ່ກ່ຽວຂ້ອງ ໄດ້ລົງສຳຫຼວດພື້ນທີ່ກໍ່ສ້າງຄ້າຍຈຳລອງຂອງກອງຟ້າງຸ່ມ ຢູ່ເມືອງ ສັງທອງ ນະຄອນຫຼວງວຽງຈັນ.


ພັນເອກ ສຸລິວັນ ແສງຈັນ ລົງສຳຫຼວດພື້ນທີ່ກໍ່ສ້າງຄ້າຍຈຳລອງຂອງກອງຟ້າງຸ່ມ ຢູ່ເມືອງສັງທອງ

     ການລົງສຳຫຼວດພື້ນທີ່ຄັ້ງນີ້ ກໍ່ເພື່ອປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຄ້າຍຈຳລອງຂອງກອງຟ້າງຸ່ມ, ໂດຍມອບໃຫ້
ບໍລິສັດສະຫວັນໄຊກໍ່ສ້າງ ເປັນຜູ້ສຳຫຼວດອອກແບບຄິດໄລ່ ໂດຍໃຫ້ຖືກຕ້ອງຕາມຮ່ອງຮອຍ ແລະພະຍານປະຫວັດສາດ ເພື່ອຈຳລອງໃຫ້ມີຮູບຊົງຄ້າຍຄືປະ
ຫວັດສາດ ( ຄ້າຍກອງຟ້າງຸ່ມ ) ການສ້າງຈະມີເຮືອນ ສຳນັກງານຂອງຄ້າຍກອງຟ້າງຸ່ມ, ສ້າງຫໍວາງສະແດງ 1 ຫຼັງ, ສ້າງໃຫ້ມີຮູບລອຍໂຕ, ຮູບນູນ ແລະ
ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນແມ່ນສ້າງທາງເຂົ້າຫາຄ້າຍ, ສ້າງຝາຍກັນນ້ຳ, ລະບົບນ້ຳ, ລະບົບໄຟຟ້າ, ຫ້ອງນ້ຳ ໃຫ້ມີຄາມສະດວກສະບາຍ
ເພື່ອຮອງຮັບນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າທ່ຽວຊົມ.

     ພາຍຫຼັງການສຳຫຼວດອອກແບບສຳເລັດ ຜ່ານຂັ້ນເທິງອະນຸມັດແລ້ວ ກໍ່ຈະມອບໃຫ້ບໍລິສັດສະຫວັນໄຊລົງມືກໍ່ສ້າງຕາມແຜນການ ທັງນີ້ກໍ່ເພື່ອເປັນ
ການສຶກສາອົບຮົມຄົນຮຸ່ນໜຸ່ມມີຄວາມຮັບຮູ້ເຫັນໄດ້ເຫດການປະຫວັດສາດມູນເຊື້ອການຕໍ່ສູ້ຂອງຊາດຂອງຄົນຮຸ່ນກ່ອນ ກໍ່ຄືປະຫວັດມູນເຊື້ອຂອງກອງ
ຟ້າງຸ່ມ.


ພາບລວມການລົງສຳຫຼວດພື້ນທີ່ກໍ່ສ້າງຄ້າຍຈຳລອງຂອງກອງຟ້າງຸ່ມ ຢູ່ເມືອງສັງທອງ