ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນ​ໂທ ຟ້າ​ມ ​ຫງອ໋ກ ມິ​ງ ຕ້ອນຮັບຄະນະຜູ້ແທນ
ກົມ ວສ-ປສການ​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດ

     ໃນ​ຕອນ​ບ່າຍຂອງ​ວັນ​ທີ5 ​ເມສາ 2017 ນີ້,ຢູ່​ທີນະຄອນຫຼວງ ຮ່າໂນ້ຍ​ ສະຫາຍ ພົນ​ໂທ ຟ້າ​ມ ຫງອ໋ກ ມິ​ງ, ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ
​ປະຊາຊົນ​ ຫວຽດນາມ ​ໄດ້​ໃຫ້​ກຽດ​ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ​ຄະນະຜູ້​ແທນ ​ກົມ ວສ-ປສ ການ​ທະຫານກະຊວງ​ປ້ອງ​ກັນ​ປະ​ເທດລາວນຳ​ໂດຍ​ ສະ
ຫາຍ ພັນ​ເອກ​ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ ​ກົມ ວສ-ປສ ການ​ທະຫານພ້ອມ​ດ້ວຍ​ຄະນະ.

              
                                          ສະຫາຍ ພົນໂທ ຟ້າມ ຫງອ໋ກ ມິງ ຕ້ອນຮັບຄະນະຜູ້ແທນກົມວສ-ປສການທະຫານ, ກະຊວງປ້ອງກັນປະເທດ

     ໃນ​ໂອກາດທີ່​ມາ​ຢ້ຽມຢາມ ​ແລະເຮັດ​ວຽກຢູ່ຫວຽດນາມ ​ຄັ້ງ​ນີ້, ​ໃນ​ພິທີ​ຕ້ອນຮັບ, ສະຫາຍ ພັນ​ເອກ ວຽງ​ໄຊ ສົມ​ວິຈິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ
​ສູງມາ​ຍັງ​ສະຫາຍພົນ​ໂທຟ້າ​ມຫງອ໋ກມິ​ງທີ່​ໄດ້​ສະຫຼະ​ເວລາ​ອັນ​ມີ​ກຽດ​ຕ້ອນຮັບ; ພ້ອມ​ດຽວ​ກັນ​ນັ້ນ​ສະຫາຍຍັງ​ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ຈຸດປະສົງ​ຂອງ​ການ
​ຢ້ຽມຢາມ ​ແລະເຮັດ​ວຽກ​ຂອງ​ຄະນະ​ໃນຄັ້ງນີ້ ແລະຫວັງຢ່າງຍິ່ງວ່າ ກົມ​ໃຫຍ່​ເສນາ​ທິການ​ກອງທັບປະຊາຊົນ​ ຫວຽດນາມຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ ​ອຳນວຍ​
ຄວາມ​ສະດວກ​ເພີ່ມ​ທະວີຄວາມ​ສາ​ມັກ​ຄີ ​ແລະການ​ຮ່ວມ​ມື​ກັບ​ບັນດາ​ກົມ​ກອງ, ອົງການຄຸ່ຮ່ວມ​ງານ ຂອງຫວຽດນາມ ​ເພື່ອຊ່ວຍ​ເຫຼືອ ກົມ ວສ-ປສ ການ
​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດລາວ.

     ​ສະຫາຍ ​ພົນ​ໂທ ຟ້າ​ມ ຫງອ໋ກ ມິ​ງ ​ໄດ້​ກ່າວ​ອວຍພອນ​ອັນ​ອົບ​ອຸ່ນ​ມາ​ຍັງສະຫາຍ ພັນ​​ເອກ ວຽງ​ໄຊ ສົມ​ວິຈິດ ​​ພ້ອມຄະນະຜູ້​ແທນ ​ກົມ ວສ-ປສ ການ ​ທະຫານກະຊວງ​ປ້ອງ​ກັນ​ປະ​​ເທດລາວ; ຫວຽດນາມຢືນຢັນວ່າຍາມ​ໃດ​ກໍ່​ຖື​ເປັນ​ບັນຫາ​ສຳຄັນ​ໃນ​ການ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ອັນ​ດີ ງາມທີ່​ມີ​ ມາ​ແຕ່​ດົນ​ນານ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະການຮ່ວມ​ມື​ຮອບດ້ານກັບລາວ.​ໃນ​ຊຸມ​ປີຜ່ານມາ, ສາຍ​ພົວພັນ​ມິດຕະພາບ ​ແລະການ​ຮ່ວມ​ມື​ ລະຫວ່າງ ສອງ​ກອງທັບລາວ-ຫວຽດນາມກໍ່​ໄດ້​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ສາມາດ​ປະຕິບັດ​ໃຫ້​​ເກີດ​ດອກ​ອອກຜົນ, ​ເປັນ​ການ​ປະກອບສ່ວນ​ຊ່ວຍ​ຍົກ​ສູງ ຄວາມ ​ໄວ້​ເນື້ອ ​ເຊື່ອ​ໃຈ ​ແລະຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະກັນລະຫວ່າງກອງທັບ ​ກັບປະຊາຊົນສອງ​ຊາດລາວ-ຫວຽດນາມ.

     ສະຫາຍ​ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່ໝາກຜົນ​ໃນ​ການ​ເຮັດ​ວຽກຂອງ ຄະນະຜູ້​ແທນ ກົມ ວສ-ປສ ການ​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດລາວກັບ​ບັນດາ​ກົມ ​ກອງ​ທີ່​ກ່ຽວຂ້ອງ ຂອງ ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ, ສະຫາຍ ພົນ​ໂທ ຟ​​້າມ ຫງອ໋ກ ມິ​ງ ຍັງ​ໄດ້​ຢືນຢັນຍາມ​ໃດ​ກໍ່​ຈະ​ຊ່ວຍ​ເຫຼືອແ​ລະສ້າງ​ເງື່ອນ​ໄຂ​ສະ ດວກໃຫ້​ແກ່ກົມ ວສ-ປສ ການ​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດລາວ ​ເພີ່ມທະວີການ​ພົວພັນ​ຮ່ວມ​ມືກັບ​ບັນດາ​ກົມ​ກອງ, ອົງການ​ຕ່າງໆທີ່​ກ່ຽວຂ້ອງຂອງ ກະຊວງປ້ອງ​ກັນ​ປະ​ເທດຫວຽດນາມ.