ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄອບຄົວ ທ່ານ ໄຊສົງຄາມ ວໍລະຈິດ ມອບລົດກະບະ ຈໍານວນ 2 ຄັນ
ໃຫ້ກະຊວງປ້ອງກັນປະເທດ


     ວັນທີ 6 ເມສານີ້ຄອບຄົວ ທ່ານ ໄຊສົງຄາມ ວໍລະຈິດ ໄດ້ປະກອບສ່ວນສົມທົບ ລົດກະບະ 2 ຄັນ,ຜ້າປ້ອງກັນປິດປາກ-ດັງ ຈໍານວນ 4 ແກັດ ນໍ້າດືມ ຈໍານວນ 40 ແກັດ
ລວມມູນຄ່າ 527,480,000 ກີບ ໃຫ້ກັບກະຊວງປ້ອງກັນປະເທດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19, ຢູ່ທີ່ກະຊວງປ້ອງກັນປະເທດ,
ເຊິ່ງກ່າວມອບໂດຍ ທ່ານ ໄຊສົງຄາມ ວໍລະຈິດ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເຂົ້າຮ່ວມເປັນສັກຂີ່ພິຍານ
ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ

     ທ່ານ ໄຊສົງຄາມ ວໍລະຈິດ ໄດ້ກ່າວວ່າ: ການມອບລົດ ແລະ ຜ້າປິດປາກ-ດັງ, ນໍ້າດຶມ ໃຫ້ແກ່ກະຊວງປ້ອງກັນປະເທດ ໃນຄັ້ງນີ້ ແມ່ນຍ້ອນມີຄວາມເປັນຫ່ວງເປັນໃຍ ພໍ່ແມ່ປະ
ຊາຊົນທຸກທົ່ວໜ້າ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19. ໃນ ສປປ ລາວ. ຂະນະດຽວກັນນັ້ນ ສະ
ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຂອບໃຈນຳ ຄອບຄົວ ໄຊສົງຄາມ ວໍລະຈິດ ທີ່ເປັນສ່ວນໜຶ່ງໃນການປະກອບສ່ວນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ
ບາດ ຂອງພະຍາດ ໂຄວິດ-19, ຈະນຳເຄື່ອງທີ່ມາມອບ ຈໍານວນດັ່ງກ່າວນີ້ໄປເປັນສ່ວນໜຶ່ງໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19, ເພື່ອເຮັດ
ໃຫ້ ສປປ ລາວ ຂອງພວກເຮົາຜ່ານວິກິດຄັ້ງນີ້ຜ່ານໄປດ້ວຍດີ.