ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ປິດບັ້ນອົບຮົມກວດສອບເລຂາ-ຮອງເລຂາຮາກຖານພັກຄັ້ງທີ II

     ບັ້ນເຝິກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກທົ່ວກົມໃຫຍ່ການເມືອງກອງທັບ ຄັ້ງທີ II ສຳເລັດລົງໃນວັນທີ 4 ພຶດສະພານີ້, ພາຍຫຼັງ
ທີ່ດຳເນີນມາເປັນເວລາ 10 ວັນ ເຊິ່ງສາມາດຕີລາຄາຜູ້ເຂົ້າກວດສອບໄດ້ປະເພດເກັ່ງ 36 ສະຫາຍ ເທົ່າກັບ 37,5%, ປະເພດແຂງ 57 ສະຫາຍ ເທົ່າກັບ
59,37% ແລະ ປະເພດປານກາງ 2 ສະຫາຍ ເທົ່າກັບ 2,08%.


ພົນຕີ ສອນທອງ ພົມລາວົງ ໂອ້ລົມຕໍ່ພິທີປິດບັ້ນອົບຮົມກວດສອບເລຂາ-ຮອງເລຂາຮາກຖານພັກທົ່ວກົມໃຫຍ່ການເມືອງກອງທັບຄັ້ງທີ II

     ໃນບົດສະຫຼຸບຕີລາຄາການເຝິກອົບຮົມທີ່ສະເໜີໂດຍ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຊີ້ບອກ
ວ່າ: ບັ້ນເຝິກອົບຮົມໃນຄັ້ງນີ້ມີພະນັກງານເຂົ້າເຝິກອົບຮົມຈຳນວນ 95 ສະຫາຍ, ປະກອບດ້ວຍເອກະສານ 2 ພາກຄື: ພາກທິດສະດີ 21 ຄຳຖາມ ແລະ
ພາກປະຕິບັດຕົວຈິງ 20 ຄຳຖາມ. ຜ່ານການເຝິກອົບຮົມກວດສອບໄລຍະ 10 ວັນ ເຫັນວ່າບັນດາສະຫາຍທີ່ເຂົ້າຮ່ວມເຝິກອົບຮົມໄດ້ກຳແໜ້ນດ້ານທິດ
ສະດີ, ຫຼັກການ, ພຶດຕິກຳຕົວຈິງ, ໜ້າທີ່ຮັບຜິດຊອບຂອງເລຂາ, ຮອງເລຂາຮາກຖານພັກ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ, ພ້ອມ
ທັງປັບປຸງທັດສະນະຫຼັກໝັ້ນຄຸນສົມບັດສິນທຳປະຕິວັດຂອງຜູ້ເປັນເລຂາ, ຮອງເລຂາໜ່ວຍພັກ, ຕ້ອງເປັນຜູ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ
ຕັ້ງໜ້າປັບປຸງໜ່ວຍພັກຂອງຕົນໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນໃນທຸກດ້ານ.

     ໃນການໂອ້ລົມຕໍ່ພິທີປິດບັ້ນເຝິກອົບຮົມກວດສອບເລຂາ, ຮອງເລຂາພັກຄັ້ງນີ້, ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງ
ກັນປະເທດ, ຮອງເລຂາຄະນະພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໃຫ້ຜູ້ທີ່ເຂົ້າຮ່ວມເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງ
ການອົບຮົມກວດສອບເລຂາ, ຮອງເລຂາພັກ ເພື່ອແນໃສ່ຍົກລະດັບການຊີ້ນຳ-ນຳພາໃຫ້ນັບມື້ສູງຂຶ້ນ, ວຽກງານພັກແມ່ນວຽກງານໃຈກາງ, ການກໍ່ສ້າງພັກ
ເນື້ອແທ້ກໍແມ່ນການສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ທ່ານຍັງຮຽກຮ້ອງໃຫ້ຜູ້ເຂົ້າອົບຮົມກວດສອບສືບຕໍ່ຮໍ່າຮຽນກຳແໜ້ນພຶດຕິກຳຕ່າງໆ
ເພື່ອນຳໄປໝູນໃຊ້ເຂົ້າໃນໜ້າທີ່ຕົວຈິງ ແລະ ເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ.

     ໃນພິທີດັ່ງກ່າວ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າກົມຈັດຕັ້ງພັກ ກໍໄດ້ໃຫ້ກຽດຂຶ້ນ
ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ເຂົ້າເຝິກອົບຮົມໃນຄັ້ງນີ້ຈຳນວນ 95 ສະຫາຍຢ່າງທົ່ວເຖິງ.