ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ
COVID-19 ກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກຢູ່ ວິທະຍາຄານກົມມະດຳ ແລະ
ວິທະຍາຄານພາລາທິການກອງທັບ

.

     ວັນທີ 6 ພຶດສະພາ 2020 ນີ້, ຄະນະສະເພາະກິດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ກະຊວງປ້ອງກັນປະເທດ ນຳໂດຍ
ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະສະເພາະກິດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ
ພະຍາດ COVID-19 ກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ວິທະຍາຄານກົມມະດຳ ແລະ ວິທະຍາຄານພາລາທິການກອງທັບ ເພື່ອເກັບກຳສະພາບ
ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເພື່ອກະກຽມການເປິດການຮຽນ-ການສອນໃຫ້ພະນັກງານ-ນັກຮົບ ໃນວັນທີ 18 ພຶດ
ສະພາ 2020 ນີ້.

     ໃນການເຄື່ອນໄຫວເຮັດວຽກຄັ້ງນີ້ ຫົວໜ້າການທະຫານທັງສອງວິທະຍາຄານກໍ່ໄດ້ລາຍງານຫຍໍ້ກ່ຽວກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ
ພະຍາດ COVID-19 ວ່າ: ພາຍຫຼັງໄດ້ຮັບຄຳສັ່ງແຈ້ງການຂອງ ນາຍົກລັດຖະມົນຕີເລກທີ 06/ນຍ ກໍຄືຄໍາສັ່ງແຈ້ງການຂອງກະຊວງປ້ອງກັນເທດ ວ່າດ້ວຍການປ້ອງກັນການແຜ່
ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງຄະນະພັກ-ຄະນະບັນຊາກົມກອງ ໄດ້ຊີ້ນໍາໃຫ້ບັນດາອົງການ, ກົມກອງ, ຫ້ອງການ, ພະແນກການ, ກອງຮ້ອຍ ເອົາໃຈໃສ່ສຶກສາອົບຮົມ
ພະນັກງານ-ນັກຮົບຂອງຕົນ ກ່ຽວກັບໄພອັນຕະລາຍຂອງເຊື້ອພະຍາດດັ່ງກ່າວ. ຈາກນັ້ນກໍຕ້ອງມີມາດຕະການຢ່າງເຂັ້ມງວດໃນການຈຳກັດການເຂົ້າ-ອອກຄ້າຍ, ການໄປ-ມາຂອງພະ
ນັກງານ ໃນເວລາເຂົ້າ-ອອກ ແມ່ນໄດ້ປະຕິບັດເປັນລະບົບປະຕູດຽວ ເພຶ່ອສະດວກໃນການກວດກາອຸນຫະພູມ, ລ້າງມື, ສີດຢາຂ້າເຊື້ອພາຫະນະເຂົ້າ-ອອກຄ້າຍ ແລະ ຈຳກັດການ
ເຂົ້າຄ້າຍ-ອອກຄ້າຍ ໃນໂມງການ ສ່ວນບັນດາພະນັກງານ-ນັກຮົບໂສດ ແມ່ນໃຫ້ຢູ່ໃນຄ້າຍ ບໍ່ໃຫ້ອອກເຄື່ອນໄຫວນອກຂອບເຂດກົມກອງຮັບຜິດຊອບ ຖ້າມີວຽກຈຳເປັນຕ້ອງຂໍອະ
ນຸຍາດຈາກຄະນະກອງ, ແພດປະຈຳການ ຈີ່ງສາມາດອອກຄ້າຍໄດ້, ແຕ່ຕ້ອງກວດກາລະອຽດຕາມມາດຕະການ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ
ຂອງພະຍາດດັ່ງກ່າວ. ຮອດປັດຈຸບັນຍັງບໍ່ມີກໍລະນີສົງໄສຜູ້ທີ່ຕິດເຊື້ອ ແລະ ຈະຍັງສືບຕໍ່ກວດກາຄັດກອງຈົນກວ່າວິກິດການນີ້ຈະຜ່ານພົ້ນໄປ.

     ໂອກາດນີ້ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກໍ່ໄດ້ກ່າວຍ້ອງຊົມເຊິຍຕໍ່ຄະນະພັກ-ຄະນະບັນຊາ ທັງສອງວິທະຍາຄານທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມຄຳແນະນຳຂອງ
ຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ, ພວກເຮົາສາມາດຄວບຄຸມ ແລະ ຈຳກັດການແຜ່ລະບາດໄວ້ໄດ້ແຕ່ຕ້ອງສືບຕໍ່ປະຕິບັດຢ່າງເຂັ້ມງວດບັນດາມາດຕະການປ້ອງກັນການ
ຕິດເຊື້ອ ເປັນຕົ້ນແມ່ນການຮັກສາໄລຍະຫ່າງ 01 ແມັດຂຶ້ນໄປ, ລ້າງມືໃສ່ສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານ
ທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.

     ຈາກນັ້ນຄະນະສະເພາະກິດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ກະຊວງປ້ອງກັນປະເທດ ກໍ່ໄດ້ມອບວັດຖຸອຸປະກອນ
ການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກບັນດາຫ້າງຮ້ານ, ບໍລິສັດ ແລະ ປະເທດເພື່ອນບ້ານ ເປັນຕົ້ນແມ່ນເຈວລ້າງມື, ຜ້າອັດປາກ-ດັງ
ແລະ ອື່ນໆ ໃຫ້ທັງສອງວິທະຍາຄານ ເພື່ອນຳໃຊ້ເຂົ້າໃນການປ້ອງກັນການແຜ່ລະບາດຂອງພະຍາດ ໃນຊ່ວງເປິດການຮຽນ-ການສອນ ໃນວັນທີ 18 ພຶດສະພາ 2020 ນີ້. ພ້ອມນັ້ນ
ຄະນະສະເພາະກິດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ກະຊວງປ້ອງກັນປະເທດ ກໍ່ໄດ້ລົງກວດກາເບິ່ງຄວາມພ້ອມໂຮງໝໍ,
ຫ້ອງຮຽນ, ເຮືອນນອນ, ເຮືອນຄົວ ຂອງທັງສອງວິທະຍາຄານຕື່ມອີກ.