ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມພົບປະທາງໄກລະຫວ່າງ ລັດຖະມົນຕີສອງກະຊວງປ້ອງກັນປະເທດ ລາວ - ຫວຽດນາມ


     ກອງປະຊຸມພົບປະທາງໄກ ລະຫວ່າງ ລັດຖະມົນຕີກະຊວງ ປ້ອງກັນປະເທດ ລາວ - ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ ນີ້, ຝ່າຍລາວ ນໍາ
ໂດຍສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນໂທ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງມີບັນດາສະຫາຍຄະນະນຳ ກະຊວງ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານວິຊາການ
ທັງສອງຝ່າຍ ເຂົ້າຮ່ວມ.

     ໃນວາລະດໍາເນີນກອງປະຊຸມ ທັງສອງຝ່າຍ ໄດ້ພ້ອມກັນສະຫຼຸບ ຕີລາຄາຄືນ ໝາກຜົນຂອງການ ຈັດຕັ້ງປະຕິບັດແຜນການພົວພັນຮ່ວມມືວຽກງານ
ຮອບດ້ານຂອງສອງກະຊວງປ້ອງກັນປະເທດ ໃນໄລຍະທີ່ຜ່ານມາ ແລະ ວາງແຜນການຮ່ວມມື ໃນຕໍ່ໜ້າ, ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາອະນຸ
ສັນຍາ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ປະກົດຜົນເປັນຈິງນອກຈາກນີ້ ສອງລັດຖະມົນຕີຍັງໄດ້ສົນທະນາ
ໂອ້ລົມແລກປ່ຽນບົດຮຽນການປ້ອງກັນ ຕ້ານສະກັດກັ້ນ ການແຜ່ລະບາດຂອງພະຍາດຂອງໂຄວິດ-19, ໂອກາດດຽວກັນນີ້, ສະຫາຍຮອງນາຍົກລັດຖະມົນ
ຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ລັດຖະບານກໍຄືປະຊາຊົນບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນເລິກເຊິງຢ່າງຈິງໃຈ ຕໍ່ພັກ-ລັດຖະບານ
ຫວຽດນາມ ກໍຄື ປະຊາຊົນຫວຽດນາມ ທີ່ໃຫ້ການຊ່ວຍເຫລືອໃນຫລາຍດ້ານ, ໂດຍສະເພາະວຽກງານການຊ່ວຍເຫລືອດ້ານທືນຮອນ, ວັດຖຸອຸປະກອນ
ການແພດ, ລວມເຖິງຊ່ຽວຊານການແພດ ແກ່ ສປປ ລາວ.

     ການພົບປະໃນຄັ້ງນີ້ ເປັນການພົບປະທາງໄກ ແບບໝົດຈິດໝົດໃຈ ຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ເຊິ່ງມັນສະແດງ ໃຫ້ເຫັນເຖິງ
ຄວາມໄວ້ເນື້ອເຊື່ອໃຈ ຂອງທັງສອງຊາດ, ສອງກອງ ທັບ ທີ່ຍາມໃດກໍມີການຖະນຸຖະໜອມ ແລະ ເຊີດຊູເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ
ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ແໜ້ນແຟ້ນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ ນັ້ນໄດ້ສືບຕໍ່ຂະຫຍາຍ
ຕົວຍິ່ງໆຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/05/2021