ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງບໍ່ແກ້ວ ພົບຜູ້ຕິດເຊື້ອໃໝ່ 72 ຄົນ, ທົ່ວປະເທດ 105 ຄົນ


     ວັນທີ 6 ພຶດສະພາ ປີ 2021, ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງ ພ້ອມດ້ວຍ ທ່ານ ດຣ. ປະ
ນອມ ຟອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບ
ຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ລາຍງານ: ມາຮອດປະຈຸບັນ ມີລາຍງານຜູ້ຕິດເຊື້ອທັງໝົດ 1,177 ຄົນ (ໃໝ່ 105) ບໍ່ມີຜູ້
ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 101 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້
ໃນແຕ່ລະແຂວງ ຈຳນວນ 1,076 ຄົນ ເຊັ່ນ: - ນະຄອນຫຼວງວຽງຈັນ 600 ຄົນ (ໃໝ່ 15), ມື້ວານອອກໂຮງໝໍ 1 ຄົນ (ມິດຕະພາບ 1 ຄົນ ເພື່ອສືບ
ຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ) - ແຂວງຈຳປາສັກ 169 ຄົນ (ໃໝ່ 12), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ ປິ່ນປົວຢູ່ແຂວງຈຳປາສັກ - ແຂວງ
ບໍ່ແກ້ວ 205 ຄົນ (ໃໝ່ 72) - ແຂວງສະຫວັນນະເຂດ 40 ຄົນ (ໃໝ່ 2) - ແຂວງຫຼວງພະບາງ 13 ຄົນ - ແຂວງວຽງຈັນ 16 ຄົນ (ໃໝ່ 2) - ແຂວງ
ສາລະວັນ 7 ຄົນ - ແຂວງຫຼວງນ້ຳທາ 6 ຄົນ - ແຂວງອຸດົມໄຊ 8 ຄົນ - ແຂວງຜົ້ງສາລີ 5 ຄົນ (ໃໝ່ 2) - ແຂວງໄຊຍະບູລີ 3 ຄົນ - ແຂວງບໍລິຄຳໄຊ 2
ຄົນ (ມື້ວານອອກໂຮງໝໍ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ ບ້ານ 14 ວັນ) - ແຂວງຄຳມ່ວນ 1 ຄົນ - ແຂວງຊຽງຂວາງ 1 ຄົນ ລາຍລະອຽດ ຂອງຜູ້ຕິດ
ເຊື້ອໃໝ່ 105 ຄົນ (ກໍລະນີຢັ້ງຢືນທີ 1,073 -1,177) ສຳລັບຄົນເຈັບກໍລະນີໃໝ່ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ
ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ. ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ວຽງຈັນ ແລະ ຜົ້ງສາລີ ນັ້ນ
ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າ ຄືກັນ. ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບ
ສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນ
ດາທ່ານຮັບຊາບຕື່ມ. ຕໍ່ກັບສະພາບການລະບາດຂອງພະຍາດ ປະຈຸບັນ ລັດຖະບານ ກໍ່ຄື ຄະນະສະເພາະກິດ ແລະ ອຳນາດການປົກຄອງທຸກຂັ້ນ ໄດ້ເອົາໃຈ
ໃສ່ ໃນການຕິດຕາມຈັດຕັ້ງປະຕິບັດ ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ຂອງແຕ່ລະພາກສ່ວນຢ່າງເຂັ້ມງວດ ເພື່ອເຮັດແນວໃດ ສະກັດກັ້ນ ບໍ່ໃຫ້ພະຍາດ
ມີການແຜ່ຂະຫຍາຍເປັນວົງກວ້າງອອກໄປຕື່ມອີກ; ມາດຕະການທີ່ວາງອອກໃນນະຄອນຫຼວງ ໄລຍະນີ້ ກໍ່ແມ່ນເພື່ອແນ່ໃສ່: 1. ປິດການເຂົ້າ-ອອກ ບໍ່ໃຫ້
ຜູ້ຕິດເຊື້ອອອກໄປແຜ່ເຊື້ອຕື່ມ ແລະ ບໍ່ໃຫ້ຄົນຈາກບ່ອນອື່ນເຂົ້າມາຈຸດສ່ຽງ; 2. ທີມງານເຝົ້າລະວັງພະຍາດ ກໍ່ເອົາໃຈໃສ່ໃນການຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ໄວ
ໂດຍການເພິ່ມຈຸດບໍລິການກວດເຊື້ອພະຍາດຂຶ້ນຫຼາຍຈຸດ ເພື່ອຄົ້ນຫາຜູ້ຕິດເຊື້ອໄດ້ໄວ ແລ້ວນຳເຂົ້າໄປປິ່ນປົວໂດຍທັນທີ; 3. ລະດົມປະຊາຊົນ ແລະ ຜູ້ຢູ່
ໃນກຸ່ມເປົ້າໝາຍສັກຢາ ໃຫ້ໄດ້ໄປສັກຢາວັກຊີນກັນພະຍາດໂຄວິດ-19 ເຊິ່ງກໍ່ເປັນຊ່ອງທາງໜຶ່ງ ທີ່ຈະຫຼຸດຜ່ອນການແຜ່ເຊື້ອພະຍາດໃນສັງຄົມ; ໃນສະພາບ
ປະຈຸບັນ ລັດຖະບານໄດ້ຂະຫຍາຍການປະຕິບັດຄຳສັ່ງ 15/ນຍ ໄປຮອດວັນທີ 20 ພຶດສະພາ 2021 ກໍ່ຂໍໃຫ້ບັນດາທ່ານສືບຕໍ່ປະຕິບັດຕາມມາດຕະການ
ສະບັບດັ່ງກ່າວ ຢ່າງເຂັ້ມງວດ; ແຕ່ສຳລັບ ຜູ້ໄປຮັບວັກຊີນ ກໍ່ຍັງສາມາດສືບຕໍ່ໄປຮັບໄດ້ຕາມຈຸດບໍລິການທີ່ໄດ້ກຳນົດໄວ້ ແລະ ຜູ້ທີ່ເປັນຜູ້ສຳຜັດໃກ້ຊິດ ນຳ
ຜູ້ຕິດເຊື້ອ ແລະ ເປັນກຸ່ມສ່ຽງ ກໍ່ຂໍໃຫ້ຮີບຮ້ອນໄປສະເໜີໂຕ ເພື່ອເກັບຕົວຢ່າງຊອກຫາເຊື້ອໂຄວິດ-19 ຕາມຈຸດບໍລິການທີ່ກຳນົດໄວ້ ເຊັ່ນດຽວກັນ; ແລະ
ການໄປໃຊ້ບໍລິການ ສັກຢາ ແລະ ເກັບຕົວຢ່າງ ນັ້ນ ຂໍໃຫ້ບັນດາທ່ານປະຕິບັດມາດຕະການຮັກສາໄລຍະຫ່າງ ແລະ ໃສ່ຜ້າປິດປາກ-ດັງຕະຫຼອດເວລາ ເພື່ອ
ປ້ອງກັນໂຕທ່ານເອງ ແລະ ທຸກຄົນອ້ອມຂ້າງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/05/2021