ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍບ່ອນທັງພາກລັດ ແລະ ກອງທັບ ເປີດບັ້ນ
ດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ໃນລະຫວ່າງວັນທີ 1-5 ມິຖຸນານີ້, ຫຼາຍບ່ອນທັງພາກລັດ ແລະ ກອງທັບໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຂຶ້ນ
ໃນນັ້ນມີອົງຄະນະພັກແຂວງໄຊຍະບູລີ ມີທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ພົງສະ
ຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກ
ຮາກຖານ ແລະ ເລຂາໜ່ວຍພັກ, ພະແນກການ, ອົງການເຂົ້າຮ່ວມ.


ພົນຈັດຕະວາ ຄຳສີ ວົງຄຳຊາວເປັນປະທານກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ສຳລັບຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ກໍໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວ ແປງພາຍໃນພັກ ໂດຍການເຂົ້າຮ່ວມເປັນປະ
ທານຂອງ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີກອງພັນ
ໃຫຍ່ 584, ກອງບັນ ຊາການທະຫານແຂວງອຸດົມໄຊ ກໍໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ເຊັ່ນດຽວກັນ.

     ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກໃນຄັ້ງນີ້ ແມ່ນຄວາມຈຳເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອ
ປັບປຸງເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດຫຼັກການກໍ່ສ້າງພັກ, ຫຼັກການລວມສູນປະຊາທິປະ
ໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມກັນ, ແກ້ໄຂ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນພັກເຊັ່ນ: ການຖືເບົາເຝິກຝົນຫຼໍ່ຫຼອມຕົນເອງ, ປາ
ກົດການເຊື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ການຝ່າຝືນລ່ວງລະເມີດກົດລະບຽບຂອງພັກ ແລະ ບັນດາຂໍ້ຫ້າມສຳລັບ
ພະນັກງານສະມາຊິກພັກ ເພື່ອແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ອີງຕາມວາລະຂອງບັ້ນດຳເນີນຊີວິດພັກຄັ້ງນີ້ຈະໄດ້ເຜີຍແຜ່ເອກະ
ສານສຳຄັນຕ່າງໆ ຄື: ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສເຂັ້ມແຂງ, ໜັກແໜ້ນ, ບົດສະຫຼຸບຕີລາຄາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່
ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ
ແລະ ຕ້ານການສໍ້ລາດ ບັງຫຼວງ, ເອກະສານສະຫຼຸບການນຳພາຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ແລະ ເນື້ອໃນຂໍ້ເຈາະ
ຈິ້ມໃນການຂຽນໃບສຳຫຼວດບຸກຄົນ.