ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມເສນາຮັກ ສະຫຼຸບຖອດຖອນບົດຮຽນ ແລະ ຈັດຕັ້ງ
ຍ້ອງຍໍບັ້ນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29

     ໃນວັນທີ 2 ມິຖຸນາ 2017 ນີ້, ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ຈັດພິທີມອບຫຼຽນ
ໄຊ ແລະ ໃບຍ້ອງຍໍໃຫ້ແກ່ພະນັກງານແພດໝໍທີ່ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ໃນປີ 2016 ທີ່ ສປປ ລາວ ຮັບກຽດເປັນປະທານຂຶ້ນ
ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈຳພັກອົງການ
ກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີພັນເອກ ບົວສິງ ອິນທະວົງ ຄະນະພັກອົງການກົມໃຫຍ່ ຫົວໜ້າກົມເສນາຮັກ, ມີວິທະຍາຄານ
ການແພດ, ສະຖາບັນການຢາ-ການແພດພື້ນເມືອງ, ໂຮງໝໍ 103, ກົມຮັກສາສຸຂະພາບສູນກາງ, ສະຖາບັນກັນພະຍາດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ
ແລະຈັດຕັ້ງ ຍ້ອງຍໍບັ້ນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29

     ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານຂໍ້ຕົກລົງສະບັບເລກທີ 1562, ລົງວັນທີ 29 ມີນາ 2017 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນ
ການກະກຽມ ແລະ ຈັດຕັ້ງກອງປະຊຸມຫົວໜ້າແພດທະຫານອາຊຽນ ຄັ້ງທີ 7 ແລະ ກອງປະຊຸມແພດທະຫານໜຸ່ມອາຊຽນທີ່ຈະເປີດຂຶ້ນຢູ່ນະຄອນຫຼວງວຽງ
ຈັນ, ສປປ ລາວ ແຕ່ວັນທີ 11-15 ກໍລະກົດ 2017 ກ່ຽວກັບຄວາມພ້ອມໃນການກະກຽມເປີດກອງປະຊຸມດັ່ງກ່າວ, ເພື່ອເປັນ ການມອບໝາຍໜ້າທີ່ໃຫ້
ອະນຸກຳມະການ-ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອເຮັດ
ໃຫ້ກອງປະຊຸມໃນຄັ້ງນີ້ດຳເນີນໄປດ້ວຍດີຕາມລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຍັງໄດ້ຍົກໃຫ້ເຫັນພາລະບົດບາດການເຄື່ອນໄຫວປະຕິບັດໜ້າທີ່
ວຽກງານຮັບປະກັນສຸຂະພາບໃນໄລຍະຊຸມປີຜ່ານມາ ໃນການຮັບໃຊ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ
ໃນປີ 2016 ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນປະທານນັ້ນຖືວ່າ ເປັນເຫດການປະຫວັດສາດຂອງກອງທັບປະຊາຊົນລາວທີ່ເປັນຄັ້ງທຳອິດໄດ້ຈັດກອງປະ
ຊຸມລະດັບສາກົນ ເຊິ່ງມີຫຼາຍຝ່າຍຫຼາຍປະເທດເຂົ້າຮ່ວມ ແລະ ເຮັດໃຫ້ວຽກງານເສນາຮັກ ກໍຄືພະນັກງານແພດໝໍໄດ້ເອົາໃຈໃສ່ໃກ້ຊິດ ຕິດແທດ, ຕິດ
ຕາມທາງດ້ານສຸຂະພາບຂອງບັນດາການນຳຂັ້ນສູງທີ່ເຂົ້າຮ່ວມກອງປະຊຸມໃຫ້ມີຄວາມປອດໄພທາງດ້ານສຸຂະພາບ.

     ຈາກນັ້ນກອງປະຊຸມ ກໍໄດ້ຈັດພິທີມອບຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 23 ໜ່ວຍ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນໃນບັ້ນຮັບໃຊ້ກອງ
ປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ໃນນັ້ນກົມກອງລວມໝູ່ມີ 3 ກົມກອງ, ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 15 ສະຫາຍ, ໃບຍ້ອງຍໍກະຊວງ
ປ້ອງກັນປະເທດ ຈຳນວນ 15 ສະຫາຍ, ເຊິ່ງໃຫ້ກຽດມອບໂດຍ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຢ່າງສົມກຽດ.