ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນລາວ
ສຳເລັດການຢ້ຽມຢາມມິດຕະພາບ ສສ ຫວຽດນາມ

     ຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກປະຊາຊົນ ປະຕິວັດ
ລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ສຳເລັດການຢ້ຽມຢາມມິດຕະພາບຢູ່ ສສ
ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 1-4 ສິງຫາ 2017 ນີ້, ຕາມຄຳເຊີນຂອງ ສະຫາຍ ພົນໂທ ເລືອງເກື່ອງ ເລຂາທິການສູນກາງພັກກອມມູນິດ
ຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.


ພົນຕີ ວິໄລ ຫຼ້າຄຳຟອງ ເຂົ້າຢ້ຽມຂໍ່ານັບ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈອງ

     ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການຢູ່ຕຶກ (K 2000) ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 2 ສິງຫາ. ຄະ
ນະຜູ້ແທນທັງສອງຝ່າຍ ກໍໄດ້ພົບປະຫາລືເຊິ່ງກັນ ແລະ ກັນ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ເປັນກຽດຢ່າງ
ສູງທີ່ໄດ້ເດີນທາງມາຢ້ຽມຢາມມິດຕະພາບຢ່າງເປັນທາງການຢູ່ ສສ ຫວຽດນາມ ເຊິ່ງໄດ້ນຳເອົາຄວາມສາມັກຄີຮັກແພງໄມຕີຈິດມິດຕະພາບອັນດູດດື່ມ
ຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນໂທ ເລືອງເກື່ອງ ພ້ອມຄະນະໃນຄັ້ງນີ້, ພ້ອມ
ທັງສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດ ກໍຄືກອງທັບປະຊາຊົນຫວຽດນາມຈະສືບຕໍ່ຍາດໄດ້ຜົນສຳເລັດ
ໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ, ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ໝາກຜົນ
ການພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ນັບ
ມື້ຂະຫຍາຍຕົວສູ່ລວງເລິກ ໂດຍສະເພາະການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານພັກ-ວຽກງານການເມືອງ ແລະ ຂົງເຂດວຽກງານ
ອື່ນໆລະຫວ່າງສອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ກົມໃຫຍ່ການ ເມືອງກອງທັບປະຊາຊົນຫວຽດນາມໃນສົກປີຜ່ານມາໃຫ້ບັນລຸໝາກ
ຜົນໃນຫຼາຍດ້ານ.

     ສຳລັບແຜນການຮ່ວມມືລະຫວ່າງສອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ-ຫວຽດນາມ ໃນປີ 2017 ທີ່ສອງຝ່າຍໄດ້ຕົກລົງເປັນເອກະພາບ
ຮັບຮອງເອົານັ້ນແມ່ນຢູ່ບົນພື້ນຖານປະຕິບັດຕາມແຜນການຮ່ວມມືຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ເຊິ່ງໃນຕໍ່ໜ້າທັງສອງຝ່າຍຈະສືບ
ຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ຜົນສຳເລັດດ້ານຕ່າງໆໃນໂອກາດວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ສືບຕໍ່
ແລກປ່ຽນຄະນະຜູ້ແທນໄປມາຢ້ຽມຢາມຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຊ່ວຍບຳລຸງກໍ່ສ້າງພະນັກງານໃຫ້ກັນ ແລະ ກັນ ພ້ອມນີ້ທັງສອງຝ່າຍຈະສືບ
ຕໍ່ຮ່ວມສະເໜີຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນໃຫ້ແຕ່ລະຝ່າຍທີ່ມີຜົນງານດີເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າໃນວຽກງານຊຸກຍູ້ເພີ່ມທະວີສາຍ
ພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມໃນຕໍ່ໜ້າ ແລະ
ຍາວນານ.

     ທັງສອງຝ່າຍຢືນຢັນວ່າ: ປີ 2017 ສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມ ຈັດຕັ້ງສະເຫຼີມສະຫຼອງວັນປະຫວັດສາດຄື: ວັນເຊັນສົນທິ
ສັນຍາມິດຕະພາບ ລາວ-ຫວຽດ ນາມ ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ຄົບ
ຮອບ 50 ປີ (5/9/1962-5/9/2017) ດ້ວຍຫຼາຍກິດຈະກຳ ໂດຍສະເພາະແມ່ນຈັດການວາງສະ ແດງສິນຄ້າ, ສະແດງຮູບພາບ ແລະ ງານພົບປະອະດີດ|
ນັກສຶກສາກອງທັບປະຊາຊົນລາວທີ່ຮຽນຈົບຈາກໂຮງ ຮຽນກອງທັບປະຊາຊົນຫວຽດນາມປີ 2017.