ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດມອບທຶນກໍ່ສ້າງເຂື່ອນຂັງນ້ຳ ໃຫ້ກອງບັນຊາການທະຫານແຂວງຈຳປາສັກ

     ພິທີ ມອບ-ຮັບ ທຶນກໍ່ສ້າງ ເຂື່ອນຂັງນໍ້າຢູ່ກອງພັນຕີພິເສດ 709 ທີ່ຂຶ້ນກັບກອງບັນຊາການ ທະຫານແຂວງຈໍາປາສັກ. ຈາກກະຊວງປ້ອງກັນປະເທດໄດ້ ຈັດຂຶ້ນທີ່ຫ້ອງ
ປະຊຸມຂອງກອງບັນຊາການທະຫານແຂວງຈໍາປາສັກ. ໃນວັນທີ 31 ກໍລະກົດນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຄະນະປະຈໍາພັກ ກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ເລຂາຄະນະພັກ ກອງບັນຊາການ, ຫົວໜ້າການທະຫານກອງ
ບັນຊາການທະຫານແຂວງຈໍາປາສັກ, ມີຄະນະນໍາຈາກກົມກໍ່ສ້າງກົມໃຫຍ່ພະລາທິການກອງທັບ, ມີຄະນະພັກຄະນະບັນຊາ 5 ຫ້ອງກອງບັນຊາ ການເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ລາຍງານພາລະບົດບາດ ແລະ ສະພາບການຢູ່ກອງ ບັນຊາການທະຫານແຂວງຈຳປາສັກ. ເປັນຕົ້ນແມ່ນສະພາບບໍລິ
ເວນຊາຍແດນໃນປັດຈຸບັນໄດ້ເອົາໃຈໃສ່ ຈັດຕັ້ງກໍາລັງເຄື່ອນໄຫວຕາມ ຂອບເຂດບໍລິເວນຊາຍແດນທີ່ກົມກອງຮັບຜິດຊອບ. ລົງເຄື່ອນໄຫວ ຊີ້ນໍາການດໍາເນີນຊີວິດການ
ເມືອງຂອງແຕ່ລະກົມກອງ, ຫັນກໍາລັງລົງກໍ່ສ້າງຮາກຖານ, ສ້າງເຂດຊາຍແດນໃຫ້ມີຄວາມສະຫງົບຮອບດ້ານຕິດພັນກັບການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ
ຂອງພະຍາດ ໂຄວິດ19. ພ້ອມນັ້ນ, ໄດ້ປັບປຸງກໍ່ສ້າງຄ້າຍຄູໃຫ້ມີຄວາມແໜ້ນໜາຖາວອນ. ຄຽງຄູ່ກັບການສ້າງ ເສດຖະກິດພາຍໃນກົມກອງ ໂດຍຖືເອົາວຽກງານ 4 ປູກ
4 ລ້ຽງ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ສາມາດຮັບປະກັນດ້ານສະ ບຽງອາຫານ ໃຫ້ພາກສ່ວນປະຕິບັດໜ້າທີ່ຢູ່ເຂດທຸລະການດານຫ່າງ
ໄກສອກຫຼີກ. ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ໄດ້ໃຫ້ກຽດ ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາເປັນຕົ້ນດ້ານການເມືອງ-ນໍາພາແນວຄິດ ໃຫ້ຖືເປັນ
ບັນຫາສໍາຄັນຕາມທິດຊີ້ນໍາ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ເອົາໃຈໃສ່ສ້າງເສດຖະກິດກົມກອງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມ
ແຂງ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ໃນຕອນທ້າຍ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ໄດ້ກ່າວມອບເງິນ ຈໍານວນ 360.000.000 ກີບ ໃຫ້ແກ່ກອງບັນຊາການທະຫານແຂວງຈຳປາສັກ ໄປມອບ
ຕໍ່ໃຫ້ກອງພັນຕີພິເສດ 709 ເພື່ອເປັນທຶນສົມທົບໃນການກໍ່ສ້າງເຂື່ອນຂັງນໍ້າຢູ່ກອງພັນຕີພິເສດ 709 ທະຫານແຂວງຈໍາປາສັກ. ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ສຸ
ໄກ ພິມມະສານ ພ້ອມທັງກ່າວ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງມາຍັງຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ຈະນໍາເອົາ
ເງິນຈໍານວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປັບປຸງກໍ່ສ້າງກໍາລັງ-ກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່ກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ.