ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພັກ-ລັດ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ປະດັບຫຼຽນໄຊບຸກຄົນ ແລະ ລວມໝູ່ໃຫ້ແກ່ກອງທັບປະຊາຊົນຫວຽດນາມ

     ໃນຕອນເຊົ້າວັນທີ 6 ກັນຍາ ນີ້, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີພິທີປະດັບຫຼຽນໄຊປະເພດຕ່າງໆໃຫ້ບຸກຄົນ ແລະ ລວມໝູ່ກອງທັບປະ
ຊາຊົນຫວຽດນາມ ຜູ້ທີ່ມີຜົນງານປະກອບສ່ວນອັນດີເດັ່ນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື
ຮອບດ້ານລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດລາວ-ຫວຽດນາມ. ໂດຍມີສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກປະ
ຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ໂງ ຊວນ ລິກ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດ
ນາມ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ເປັນປະທານຮ່ວມໃນພິທີປະດັບຫຼຽນໄຊຄັ້ງນີ້.


ພົນໂທ ຈັນສະໝອນ ຈັນຍາລາດ ປະດັບຫຼຽນໄຊບຸກຄົນ ແລະ ລວມໝູ່ໃຫ້ແກ່ກອງທັບປະຊາຊົນຫວຽດນາມ

     ເຂົ້າຮ່ວມໃນພິທີຍັງມີສະຫາຍ ພົນໂທ ເລືອງເກື່ອງ ເລຂາທິການສູງກາງພັກ, ກຳມະການຄະນະປະຈຳ ຄະນະພັກການທະຫານສູນກາງພັກ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບປະຊາຊົນຫວຽດນາມ, ມີບັນດາສະຫາຍກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຊັ່ນ: ພົນໂທ ຟານ ວັນ ຢາງ ຫົວໜ້າກົມໃຫຍ່
ເສນາທິການກອງທັບ, ພົນໂທ ຫງວຽນ ຈີ ວິງ, ພົນໂທ ເຈີ່ນ ເດີນ, ພົນໂທ ເລ ຈຽມ, ມີສະຫາຍ ພົນໂທ ຫງວຽນ ຈອງ ເຫງັຍ ກຳມະການສູນກາງພັກ, ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ນາຍທະຫານຂັ້ນສູງຈາກອົງການກົມກອງຕ່າງໆອ້ອມຂ້າງກະຊວງປ້ອງກັນປະເທດ ສສ ຫວຽດນາມເຂົ້າຮ່ວມ.

     ສະຫາຍ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີສະຫາຍ ພົນຈັດຕະວາ ວັນທອງ
ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ບັນດາສະຫາຍທີ່ປຶກສາທູດ
ສປປ ລາວ ປະຈຳ ສສ ຫວຽດນາມ.

     ໃນຊຸມປີຜ່ານມາ, ກອງທັບສອງປະເທດລາວ-ຫວຽດນາມ ໄດ້ມີການພົວພັນກັນຢ່າງສະໜິດແໜ້ນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍດ້ານ, ສາມາດບັນລຸໝາກ
ຜົນທີ່ສຳຄັນ, ພິເສດ “ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2017 ” ຜ່ານມາ, ກອງທັບສອງປະເທດໄດ້ຮ່ວມກັນຈັດຕັ້ງເຄື່ອນໄຫວບັນດາກິດຈະກຳຕ່າງໆທີ່ອຸດົມ
ສົມບູນ ແລະ ມີຄວາມໝາຍສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການ
ທູດລາວ-ຫວຽດນາມຄົນຮອບ 55 ປີ, ເຊິ່ງດຳເນີນໄປຢ່າງກວ້າງຂວາງໃນທົ່ວປະເທດຂອງສອງປະເທດ, ປະກອບສ່ວນສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມຮັບຮູ້ເຂົ້າໃຈເຖິງມູນ
ເຊື້ອຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນອະດີດກໍຄືໃນໄລຍະປັດຈຸບັນ, ໃນນັ້ນການຮ່ວມມືໃນຂົງເຂດປ້ອງກັນຊາດຂອງສອງ
ປະເທດ ກໍຍິ່ງເພີ່ມທະວີ ແລະ ສືບຕໍ່ເປັນເສົາຄໍ້າອັນແໜ້ນແກ່ນໃຫ້ແກ່ຄວາມສາມັກຄີພິເສດລະຫວ່າງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ຄວາມມີສະຖຽນລະ
ພາບທາງດ້ານການເມືອງ-ສັງຄົມ, ຕີຕ້ານທຸກກົນອຸບາຍຂອງອິດທິກຳລັງປໍລະປັກທີ່ຫວັງ ແບ່ງແຍກຄວາມສາມັກຄີລາວ-ຫວຽດນາມໃຫ້ປະລາໄຊ, ສະຫາຍ ພົນໂທ ຈັນ
ສະໝອນ ຈັນຍາລາດ ກ່າວຕື່ມວ່າ: ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ແມ່ນຄວາມສາມັກຄີທີ່ມີມູນເຊື້ອອັນສວຍສົດງົດ
ງາມ ແລະ ຫາຍາກທີ່ສຸດ, ແມ່ນປັດໄຈອັນສຳຄັນ ແລະ ຕັດສິນທຸກໄຊຊະນະຂອງພາລະກິດປະຕິວັດຂອງສອງປະເທດ, ພວກເຮົາຕັດສິນໃຈປົກປັກຮັກສາມູນເຊື້ອມູນມໍລະ
ດົກອັນລໍ້າຄ່ານີ້ໄວ້ຄືຮັກສາແກ້ວຕາຂອງຕົນເອງ.

     ສະຫາຍ ພົນເອກ ໂງ ຊວນ ລິກ ໄດ້ສະແດງຄວາມຂອບໃຈຕໍ່ນໍ້າໃຈອັນບໍລິສຸດ ແລະ ການຍ້ອງຍໍສັນລະເສີນດ້ວຍການປະດັບຫຼຽນໄຊອັນມີຄຸນຄ່າສູງຈາກ ພັກ-ລັດ
ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ປະດັບໃຫ້ບຸກຄົນ ແລະ ລວມໝູ່ຂອງກອງທັບປະຊາຊົນຫວຽດນາມໃນຄັ້ງນີ້. ສະຫາຍກ່າວເນັ້ນຕື່ມວ່າ: ຫວຽດນາມ
ແລະ ລາວເປັນປະເທດບ້ານໃກ້ເຮືອນຄຽງມີສາຍພູ ແລະ ແມ່ນໍ້າຕິດຈອດກັນອີງຫຼັງໃສ່ກັນໂດຍມີສາຍພູຫຼວງອັນຍາວຢຽດ, ມີສາຍພົວພັນສາມັກຄີສະໜິດແໜ້ນແຕ່ດົນ
ນານ ເພື່ອປົດປ່ອຍປະເທດຊາດຂອງຕົນ.

     ສະຫາຍ ພົນເອກ ໂງຊວນລິກ ໄດ້ຕາງໜ້າໃຫ້ຄະນະປະຈຳຄະນະພັກການທະຫານສູນກາງກ່າວອວຍພອນ ແລະ ຊົມເຊີຍບຸກຄົນ ແລະ ລວມໝູ່ທີ່ໄດ້ຮັບການຍ້ອງຍໍປະ
ດັບຫຼຽນໄຊປະເພດຕ່າງໆຂອງພັກ-ລັດ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວໃນຄັ້ງນີ້ຢ່າງສຸດໃຈ.