ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງ ກທອ


ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 6 ຕຸລາ 2020 ນີ້, ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຂັ້ນບັນຊາ ຫົວໜ້າຫ້ອງ, ຮອງຫ້ອງ ແລະ ຫົວໜ້າ ກອງພັນໃຫຍ່ ຢູ່ສະໂມ
ສອນ ກອງບັນຊາການທະຫານອາກາດ (ກທອ), ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ,
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ ການເມືອງກອງທັບ, ມີຄະ
ນະພັກ-ຄະນະບັນຊາ ກທອ, ຄະນະຫ້ອງ-ຮອງຫ້ອງ, ຕາງໜ້າຫ້ອງການເມືອງ 4 ກົມໃຫຍ່, ຫ້ອງວ່າການກະຊວງ ແລະ ຄະນະພັກ-ຄະນະບັນຊາ ກອງພັນ
ໃຫຍ່ 702 ແລະ 703, ຫົວໜ້າ ພະແນກການພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງ
ຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການທະຫານ ອາກາດ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II
ໝວດທີ 04 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ ຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳ
ລັງປະກອບອາວຸດໃຫ້ເຂັ້ມແຂງ ໜັກແໜ້ນ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດ ຕົກລົງ
ແຕ່ງຕັ້ງ ພັນເອກ ຄຳມ້າວ ວໍລະເດດ ເປັນຫົວໜ້າ ຫ້ອງເສນາທິການ ກທອ, ແຕ່ງຕັ້ງ ພັນໂທ ສຸພັນ ເດດນໍລະສິງ ເປັນຮອງຫົວໜ້າ ຫ້ອງອົບຮົມການບິນ
ກທອ, ພັນໂທ ບຸນເລີດ ອຸດທະຈັກ ເປັນຮອງຫົວໜ້າ ຫ້ອງເສນາທິການ ກທອ, ພັນໂທ ຫຸມແພງ ປັນຍາສະຫວັດ ເປັນຮອງຫົວໜ້າ ຫ້ອງການ ກທອ ແລະ
ແຕ່ງຕັ້ງ ພັນເອກ ຄໍາສຸກ ຄໍາເລືອງເທບ ເປັນຫົວໜ້າ ການທະຫານ ກອງພັນໃຫຍ່ 703.

     ໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ເນັ້ນໜັກໃຫ້ຍົກ
ສູງບົດບາດຄວາມຮັບຜິດຊອບການນໍາພາ, ປັບປຸງກົງຈັກບັນຊາ, ວິທີເຮັດວຽກໃຫ້ມີຈຸດສຸມ ແລະ ມີຄວາມໜັກແໜ້ນ ເຂັ້ມແຂງ, ປອດໃສ ຂາວສະອາດ,
ບົນພື້ນຖານຄວາມ ເປັນເອກະພາບປອງດອງ ຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືລະດົມຄວາມ
ຄິດນຳພາວຽກງານເປັນເອກະພາບໃນໝູ່ຄະນະຢ່າງຈະແຈ້ງ ລະອຽດຄົບຖ້ວນ, ແບ່ງ ຄວາມຮັບຜິດຊອບຕ້ອງແທດເໝາະກັບຄວາມຮູ້-ຄວາມສາມາດ ແລະ
ປະສົບການໃນວຽກງານ, ສົມທົບແໜ້ນໃກ້ຊິດຕິດແທດກັບວຽກຕົວຈິງ, ມີການຕິດຕາມກວດກາສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ສົ່ງເສີມທັດສະ
ນະກ້າຄິດ-ກ້າເຮັດ, ກ້າຮັບຜິດຊອບຕໍ່ວຽກງານດ້ວຍທັດສະນະສູງ ຫັນປ່ຽນດ້ວຍຕົນເອງ, ຍົກສູງເຊີດຊູນຳ້ໃຈຮັກຊາດ, ຮັກການຈັດຕັ້ງ, ຮັກລະບອບປະຊາ
ທິປະໄຕ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ, ມີສະຕິເປັນເຈົ້າຕົນເອງ, ມີຫຼັກໝັ້ນມິດ-ສັດຕູ ອັນຈະແຈ້ງ ເພີ່ມທະວີການສຶກສາອົບ
ຮົມການເມືອງ-ນຳພາແນວຄິດ, ເຝິກຝົນຫຼໍ່ຫຼອມຄວາມຮູ້- ຄວາມສາມາດບັນຊາ-ນຳພາໃຫ້ມີຄຸນນະພາບ, ສຶກສາທັດສະນະຄຸນສົມບັດສິນທຳປະຕິວັດ,
ປັບປຸງແບບແຜນວິທີເຮັດວຽກ, ດໍາລົງຊີວິດປອດໃສ ແລະ ເພີ່ມ ຄວາມສາມາດໃນໜ້າທີ່ວຽກງານການເມືອງກາຍເປັນແກ່ນສານນໍາພາຢ່າງແທ້ຈິງ ແລະ
ເຮັດສໍາເລັດຕາມໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.