ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົບປະແລກປ່ຽນສະພາບການລະຫວ່າງທະຫານແຂວງເຊິນລາ ແລະ ທະຫານແຂວງຫຼວງພະບາງ

     ກອງປະຊຸມພົບປະແລກປ່ຽນສະພາບການລະຫວ່າງກອງບັນຊາການທະຫານແຂວງເຊິນລາກັບກອງບັນຊາການທະຫານແຂວງຫຼວງພະບາງ, ໄດ້ຈັດຂຶ້ນ
ໃນຕອນເຊົ້າວັນທີ 2 ພະຈິກ ປີ 2017 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນ
ຈັດຕະວາ ຄຳຫຼ້າ ວົງວິໄລ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ ແລະ ສະຫາຍ ພັນເອກ ພິເສດ ຮວງ
ດິງ ເຕືອງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງເຊິນລາ ສສ ຫວຽດນາມ ພ້ອມດ້ວຍຍຄະນະຜູ້ແທນທັງສອງຝ່າຍເຂ້ົາ
ຮ່ວມ.


ການພົບປະແລກປ່ຽນສະພາບການລະຫວ່າງກອງບັນຊາການທະຫານແຂວງເຊິນລາ ກັບກອງບັນຊາການທະຫານແຂວງຫຼວງພະບາງ

     ໃນກອງປະຊຸມທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການ, ແຜນພັດທະນາເສດຖະກິດ-ສັງຄົມ, ການປະຕິບັດໜ້າທີ່ທາງການທະຫານ-ປ້ອງ
ກັນຊາດ, ໝາກຜົນຂອງການປະຕິບັດຕາມບົດບັນທຶກລະຫ່ວາງ ສອງແຂວງ ເຊິ່ງຕະຫຼອດໄລຍະທີ່ຜ່ານມາທັງສອງຄະນະພັກ-ຄະນະບັນຊາແມ່ນໄດ້ເປັນເຈົ້າ
ການສືບຕໍ່ເຄື່ອນໄຫວຕາມພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ ອຳນາດການປົກຄອງທ້ອງຖິ່ນແຂວງໃນການປົກປັກຮັກສາເຂດນໍ້າ
ແດນດິນຂອງທັງສອງແຂວງ ໂດຍໄດ້ປະຕິບັດຕາມທິດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ພ້ອມກັນນີ້ຍັງໄດ້ເອົາ
ໃຈໃສ່ຊີ້ນຳ-ນໍາພາເຮັດວຽກງານຫັນລົງກໍ່ສ້າງຮາກຖານແບບມູນເຊື້ອຢູ່ບັນດາຈຸດລໍ່ແຫຼມທີ່ຍັງມີການເຄື່ອນໄຫວທີ່ສັບສົນ, ການເຄື່ອນໄຫວວຽກງານພັກ
ວຽກງານການເມືອງແມ່ນໄດ້ຈັດຕັ້ງເຊື່ອມຊຶມ ແລະ ປະຕິບັດບັນດາແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ສຶກສາອົບຮົມການເມືອງນຳ
ພາແນວຄິດ, ປັບປຸງລະບຽບແບບແຜນ, ຂໍ້ກຳນົດກົດລະບຽບ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີແນວຄິດການເມືອງທີ່ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ
ແລະ ຮູ້ທັນກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ. ຄຽງຄູ່ກັນນີ້ຍັງໄດ້ເປີດອົບຮົມສິລະປະຍຸດ-ຍຸດທະວິທີໃຫ້ແກ່ພະນັກງານ-ນັກຮົບ, ອົບຮົມການທະ
ຫານໃຫ້ແກ່ກໍາລັງກອງຫຼອນ, ບັນດາສະຖາບັນການສຶກສາເພື່ອເຮັດໃຫ້ທ່າສະໜາມສົງຄາມປະຊາຊົນຢູ່ຮາກຖານທ້ອງຖິ່ນຮາກຖານໃຫ້ນັບມື້ມີຄວາມໜັກ
ແໜ້ນແຂງແກ່ນ. ນອກຈາກນີ້ກໍໄດ້ເອົາໃຈໃສ່ປັບປຸງວຽກງານພະລາທິການເຕັກນິກ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ
ຮັບປະກັນ ແລະ ກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ໃນການປະຕິບັດເນື້ອໃນຂອງບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມເຊັນນຳກັນ
ກັບກອງບັນຊາການທະຫານແຂວງເຊິນລາທີ່ກອງປະຊຸມພົບປະໃນເດືອນ 11 ປີ 2016 ແມ່ນໄດ້ພ້ອມກັນຍົກສູງນໍ້າໃຈຮັກແພງສາມັກຄີໄມຕີຈິດມິດຕະ
ພາບແບບພິເສດ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ເຊິ່ງສະແດງອອກໃນການເປັນເຈົ້າການປະສານສົມທົບແຈ້ງຂ່າວໃຫ້ກັນຊາບກ່ຽວກັບສະພາບ
ການເຄື່ອນໄຫວຂອງຄົນບາງກຸ່ມທີ່ບໍ່ຫວັງດີ ພ້ອມກັນແກ້ໄຂບັນຫາປາກົດການຫຍໍ້ທໍ້ຢູ່ຂອບເຂດຊາຍແດນລະຫວ່າງສອງແຂວງ ພ້ອມນີ້ກໍໄດ້ປະສານສົມ
ທົບແໜ້ນແຟ້ນກັບຄະນະພັກ ອຳນາດການ ປົກຄອງທ້ອງຖິ່ນຂອງທັງສອງຝ່າຍ ເພື່ອເຜີຍແຜ່ໂຄສະນາອົບຮົມໃຫ້ປະຊາຊົນບັນດາເຜົ່າໄດ້ປະຕິບັດບັນດາຂໍ້
ກຳນົດກົດລະບຽບຊາຍແດນ, ຍົກສູງໜ້າທີ່ຮັບຜິດຊອບໃນການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສະຖຽນລະພາບ ແລະ ການພັດທະນາຮອບ
ດ້ານ.

     ໃນກອງປະຊຸມພົບປະຄັ້ງນີ້ຍັງໄດ້ເອກະພາບກັນໃນການສືບຕໍ່ກໍ່ສ້າງຮາກຖານການເມືອງ, ຕິດພັນກັບການສ້າງບ້ານ ແລະ ກຸ່ມພັດທະນາເຂດຊາຍແດນ,
ການສຶກສາອົບຮົມການເມືອງນຳພາແນວຄິດປະຊາຊົນບັນ ດາເຜົ່າທີ່ຢູ່ລຽບຕາມຊາຍແດນໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບແນວທາງນະໂຍບາຍຂອງ
ພັກ, ກົດໝາຍຂອງລັດ, ກົດລະບຽບຊາຍແດນ ແລະ ກົດໝາຍລະຫວ່າງຊາດ ແລະ ສືບຕໍ່ການເຜີຍແຜ່ມູນເຊື້ອສາຍພົວພັນມິດຕະພາບ ຄວາມສາມັກຄີ
ແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ພິເສດ ແມ່ນການພົວພັນຮ່ວມມືລະຫວ່າງສອງກອງບັນຊາການທະຫານແຂວງ
ຫຼວງພະບາງ ກັບກອງບັນຊາການທະ ຫານແຂວງເຊິນລາໃຫ້ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ແລະ
ກວ້າງຂວາງ. ໃນໂອກາດດັ່ງກ່າວທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳເພື່ອສືບຕໍ່ຮ່ວມມືພົບປະແລກປ່ຽນສະພາບການໃນຊຸມປີຕໍ່ໜ້າຕື່ມ
ອີກ.