ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງກວດກາ
ແລະ ຊີ້ນຳການຫັດແອບກ້ອນສວນສະໜາມຢູ່ ວປກ


ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ແລະຊີ້ນຳການຫັດແອບກ້ອນສວນສະໜາມ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ຢູ່ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ

     ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ລົງຊຸກຍູ້ ແລະ ຊີ້ນຳ
ການຫັດແອບກ້ອນສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໃນວັນທີ 1 ພະຈິກ 2018 ນີ້,
ໂດຍການຕ້ອນຮັບຂອງ ພັນເອກ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະຮັບຜິດຊອບກ້ອນສວນສະ
ໜາມຢູ່ ວປກ ເຂົ້າຮ່ວມ, ເຊິ່ງໂອກາດດັ່ງກ່າວນີ້ ພາຍຫຼັງໄດ້ຮັບຟັງການລາຍງານສະພາບການເຝິກແອບສວນສະໜາມແລ້ວ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຍັງໄດ້ເນັ້ນ
ໜັກ ແລະ ຊີ້ນຳຄະນະພັກ-ຄະນະບັນຊາ ແລະ ຄະນະຮັບຜິດຊອບກ້ອນກຳລັງສວນສະໜາມໃຫ້ເອົາໃຈໃສ່ທາງດ້ານລະບຽບວິໄນປະຕິບັດໂມງເວລາຫັດແອບເຂັ້ມງວດ, ຮັກ
ສາສຸຂະພາບ ແລະ ຈຳນວນພົນ.

   ໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຍັງໄດ້ລົງຢ້ຽມຢາມເບິ່ງແຕ່ລະຫ້ອງຮຽນເພື່ອຊຸກຍູ້ການຮຽນ-ການ
ສອນຂອງຄູ-ອາຈານແຕ່ລະຫ້ອງຢູ່ ວປກ ອີກດ້ວຍ.