ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນັດທຳອິດຂອງການແຂ່ງຂັນຍິງປືນກອງທັບບົກອາຊຽນທີ່ຟິລິບປິນ

     ການແຂ່ງຂັນຍິງປືນກອງທັບບົກອາຊຽນ ຄັ້ງທີ 26 ທີ່ກອງທັບຟິລິບປິນເປັນເຈົ້າພາບທີ່ໄດ້ຈັດຂຶ້ນໃນວັນທີ 28 ຜ່ານມານີ້ ພວມດຳເນີນໄປຢ່າງຄືກ
ຄື້ນ, ເຊິ່ງທິມນັກກີລາແຕ່ລະກອງທັບບັນດາປະເທດອາຊຽນໄດ້ ລົງແຂ່ງຂັນກັນທັງໝົດ 5 ປະເພດປືນຄື: ປືນສັ້ນຊາຍ, ປືນສັ້ນຍິງ, ປືນເຫຼັກສັ້ນ, ປືນເຫຼັກ
ຍາວ ແລະປືນຈັກ.

                                
                                               

     ນັບແຕ່ໄດ້ເປີດການແຂ່ງຂັນຕົວຈິງນັກກີລາຍິງປືນແຕ່ລະປະເທດກໍໄດ້ແຂ່ງຂັນຢ່າງເອົາຈິງເອົາຈັງ ແຕ່ລະຄົນປະຕິບັດຕາມກະຕິກາກົດລະບຽບໄດ້ເປັນ
ຢ່າງດີເຮັດໃຫ້ບັນຍາກາດມີຄວາມຄືກຄື້ນດີ, ຜ່ານການແຂ່ງຂັນຕົວຈິງໃນນັດທຳອິດທັງ 5 ປະເພດປືນ ເຫັນວ່ານັກກີລາຈາກ 10 ປະເທດທີ່ເຂົ້າຮ່ວມແຂ່ງ
ຂັນໄດ້ຮັບຫຼຽນລາງວັນດັ່ງນີ້: ປືນຈັກບົດທີ 1 ປະເພດບຸກຄົນໄດ້ຮັບຫຼຽນຄຳ ແລະຫຼຽນເງິນ ແມ່ນນັກກີລາກອງທັບບົກປະເທດອິນໂດເນເຊຍ ແລະຫຼຽນ
ທອງແດງແມ່ນນັກກີລາກອງທັບບົກຣາຊະອານາຈັກໄທ, ປືນເຫຼັກຍາວບົດທີ 1 ປະເພດບຸກຄົນ ໄດ້ຫຼຽນຄຳແມ່ນນັກກີລາກອງທັບບົກປະເທດຟິລິບປິນ,
ຫຼຽນເງິນ ແລະຫຼຽນທອງແດງແມ່ນນັກກີລາຈາກກອງທັບບົກປະເທດອິນໂດເນເຊຍ, ປືນເຫຼັກສັ້ນບົດທີ 1 ປະເພດບຸກຄົນ ໄດ້ຮັບຫຼຽນຄຳ ແລະຫຼຽນເງິນ
ແມ່ນນັກກີລາຈາກກອງທັບບົກຣາຊະອານາຈັກໄທ ແລະຫຼຽນທອງແດງແມ່ນນັກກີລາຈາກກອງທັບບົກປະເທດຟິລິບປິນ, ປືນສັ້ນຍິງບົດທີ 1 ປະເພດບຸກ
ຄົນ ໄດ້ຮັບຫຼຽນຄຳແມ່ນນັກກີລາກອງທັບບົກຣາຊະອານາຈັກໄທ, ຫຼຽນເງິນ ແລະຫຼຽນທອງແດງແມ່ນນັກກີລາຈາກກອງທັບບົກປະເທດອິນໂດເນເຊຍ
ແລະປືນສັ້ນຊາຍບົດທີ 1 ປະເພດບຸກຄົນ ໄດ້ຮັບຫຼຽນຄຳແມ່ນນັກກີລາຈາກກອງທັບບົກຣາຊະອານາຈັກໄທ, ຫຼຽນເງິນ ແລະຫຼຽນທອງແດງແມ່ນນັກກີ
ລາຈາກກອງທັບອິນໂດເນເຊຍ. ສ່ວນປະເພດທິມແມ່ນຈະໄດ້ສະຫຼຸບໃນມື້ປິດການແຂ່ງຂັນ.

     ພັນໂທ ສານ ແກ້ວປະເສີດ ຫົວໜ້າຄະນະນັກກີລາກອງທັບປະຊາຊົນລາວ ໄດ້ກ່າວວ່າ: ສຳລັບທິມນັກ ກີລາກອງທັບປະຊາຊົນລາວເຮົາໃນແຕ່ລະປະ
ເພດປືນກໍໄດ້ສູ້ຊົນເຮັດຢ່າງເຕັມທີ່ແລ້ວ ເຊິ່ງຜົນງານໃນນັດທຳອິດ ກໍສາມາດເກັບຄະແນນໄດ້ດີພໍສົມຄວນ ແຕ່ກໍຍັງໄປບໍ່ເຖິງເສັ້ນໄຊເທື່ອ ເຖິງຢ່າງໃດກໍ
ຕາມແຕ່ທິມນັກກີລາກອງ ທັບພວກເຮົາກໍຍັງມີລຸ້ນໃນບົດຕໍ່ໄປຂອງແຕ່ລະປະເພດປືນ ເຊິ່ງໃນນັດ ທີ 2 ແລະທີ 3 ແຕ່ລະປະເພດທິມກີລາ ພວກເຮົາກໍ
ກຳລັງແຂ່ງຂັນຢ່າງຄືກຄື້ນ ພ້ອມກັນຕັ້ງໃຈເຮັດໜ້າທີ່ແຂ່ງຂັນໃຫ້ດີທີ່ສຸດ ເພື່ອຍາດໃຫ້ໄດ້ຄະແນນສູງສຸດເທົ່າທີ່ສາມາດເຮັດໄດ້ ເພື່ອຍາດຫຼຽນມາໃຫ້
ນັກກີລາຍິງປືນກອງທັບເຮົາ.