ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 42 ປີ
ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ

     ໃນຕອນເຊົ້າຂອງວັນທີ 1 ທັນວາ 2017 ທີ່ຜ່ານມານີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ
42 ປີ ( 02/12/1975-02/12/ 2017 ) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ( 13/12/1920-1 3/12/2017 )
ໂດຍການເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ,
ເຊິ່ງມີບັນດາສະຫາຍຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ເສນາທິ
ການກອງທັບເຂົ້າຮ່ວມ.


ພົນຕີ ຈັນທອງ ສອນຕະອາດ ເປັນປະທານພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 42 ປີ
ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປ

     ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວປາຖະກະຖາທົບທວນມູນເຊື້ອປະຫວັດຄວາມເປັນມາຂອງວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດ
ຂອງ ປະທານ ໄກສອນ ພົມວິຫານ, ໃນນັ້ນທ່ານໄດ້ຍົກໃຫ້ເຫັນມູນເຊື້ອຂອງວັນຊາດທີ 2 ທັນວາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊາດລາວ
ຂອງພວກເຮົາ ສະແດງໃຫ້ເຫັນເຖິງມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວເຮົາຕ້ານການຮຸກຮານຂອງສັດຕູ ພາຍໃຕ້ການ
ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວທົ່ວປວງຊົນລາວສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງ
ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ
1975, ຈຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ, ເປັນວັນທີ່
ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາ
ທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ 2 ທັນວາ ແມ່ນວັນແຫ່ງສັນຕິພາບ,
ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.

     ໂອກາດນີ້, ພັນເອກ ກອງແກ້ວ ວໍລະຈິດ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ກໍໄດ້ເລົ່າປະຫວັດຄວາມເປັນມາຂອງ ປະທານ ໄກ
ສອນ ພົມວິຫານ ໃນການເຄື່ອນໄຫວແຕ່ລະໄລຍະ ໂດຍສະເພາະແມ່ນມູນເຊື້ອການຕໍ່ສູ້ກູ້ຊາດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວແໜ້ນ, ເປັນນັກປະຕິ
ວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດຜູ້ນຳຂອງພັກ-ລັດທີ່ມີຄວາມສາມາດ, ສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນ
ຂວາຍ, ເປັນສັນຍາລັກເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ,
ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດ
ແນວທາງຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນນັບມື້ສູງຂຶ້ນ.