ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການເຝິກແອບສວນສະໜາມກະກຽມໃຫ້ແກ່ການສະເຫຼີມສະຫຼອງ
70 ປີ ຂອງກອງທັບ ດຳເນີນໄປຢ່າງເຄັ່ງຮ້ອນ


ການເຝິກແອບສວນສະໜາມກະກຽມໃຫ້ແກ່ການສະເຫຼີມສະຫຼອງ 70 ປີ ຂອງກອງທັບ

     ການເຝິກແອບສວນສະໜາມສະແດງກຳລັງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ສະໜາມຫັດແອບວິທະຍາຄານກົມມະດຳ ພວມ
ດຳເນີນໄປຢ່າງເຄັ່ງຮ້ອນ, ບັນດາຄະນະຊີ້ນຳຄູເຝິກ ແລະ ນັກສະແດງໄດ້ສຸມຈິດສຸມໃຈສຸມທຸກເຫື່ອແຮງ ເພື່ອໃຫ້ການສະແດງມີຄວາມເປັນເອກະພາບພ້ອມພຽງຈົບງາມ
ເຊິ່ງສະແດງເຖິງຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ບົນຍ່ານທາງ 70 ປີທີ່ຜ່ານມາ.

     ການເຝິກແອບຄັ້ງທີ 2 ນີ້ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ທັນວາ 2018 ນີ້, ໂດຍມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະ
ເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງ ທັບ ຜູ້ຕາງໜ້າກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

     ລຳດັບການເຝິກແອບສວນສະໜາມມີກ້ອນລວມມີບັນດາກ້ອນກຳລັງຄື: ກ້ອນທຸງໄຊກອງທັບປະຊາຊົນລາວ, ກ້ອນກອງທັບລາວອິດສະຫຼະ, ກ້ອນກອງທັບປົດປ່ອຍ
ປະຊາຊົນລາວ, ກ້ອນແມ່ຍິງ 369, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນກຳລັງທະຫານຊາຍແດນ, ກ້ອນທະຫານຮາບ, ກ້ອນກຳລັງທະຫານຕີພິເສດ,
ກ້ອນເຫຼົ່າຮົບລົດຕັງ-ຍານເກາະ, ກ້ອນເຫົ່ຼາຮົບປືນໃຫຍ່ໜ້າດິນ, ກ້ອນເຫຼົ່າຮົບປ້ອງກັນອາກາດ, ກ້ອນເຫຼົ່າຮົບຊ່າງແສງ, ກ້ອນເຫຼົ່າຮົບສື່ສານ, ເຫຼົ່າຮົບເສນາຮັກ, ກ້ອນກຳ
ລັງທະຫານທ້ອງຖິ່ນ, ກ້ອນກອງຫຼອນ, ກ້ອນກຳລັງປ້ອງກັນຕົວ, ກ້ອນແກວົງ. ນອກນັ້ນຍັງມີການເຝິກແອບສະແດງຂອງກ້ອນກຳລັງສິລະປະກອນກອງທັບ ເຊິ່ງລວມມີ 5
ລາຍການຄື: ເມືອງລາວມີພັກນຳພາ, ນຳ້ໃຈ 20 ມັງກອນ, ທະຫານບໍ່ຢ້ານຕໍ່ອຸປະສັກ, ກອງທັບລາວກ້າວເດີນ ແລະ ລຳເຕີ້ຍ-ລຳເດີນມ່ວນຊື່ນສະຫຼອງໄຊ.

     ທັງນີ້ກໍເພື່ອເຮັດໃຫ້ການສະແດງໃນມື້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ມີຄວາມຈົບງາມຄຶກຄື້ນເຂັ້ມແຂງ ສ້າງຄວາມເອກອ້າງທະນົງ
ໃຈໃຫ້ແກ່ພະນັກງານ-ນັກຮົບໃນກອງທັບ ແລະ ຜູ້ເຂົ້າຊົມເປັນຢ່າງດີ.