ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູ້​ຊົນ​ຫັນ​ເອົາ​ວຽກງານ​ກຳລັງ​ພົນ, ການ​ປະກອບ​ອາວຸດ-ຍຸດ​ໂທ​ປະກອນ​ທົ່ວ​ກອງທັບ​ໄປ​ສູ່​
ຄຸນ​ນະພາ​ບອັນ​ໃໝ່ຕາມ​ທິດ​ສ້າງ​ກອງທັບ​ປະຕິວັດ, ມີ​ແບບ​ແຜນ ​ແລະ
ທັນ​ສະ​ໄໝ.

     ກອງປະຊຸມວຽກງານກຳລັງພົນ, ການປະກອບອາວຸດ-ຍຸດໂທປະກອນທົ່ວກອງທັບປະຈຳສົກປີ 2016-2017 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ
ໃນຕອນບ່າຍຂອງວັນທີ 5 ມັງກອນ 2018 ນີ້, ພາຍຫຼັງໄດ້ດຳເນີນມາແຕ່ວັນທີ 4 ມັງກອນ ຜ່ານມາ. ໂດຍການເປັນປະທານ ຂອງທ່ານ ພົນໂທ ສຸວອນ
ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມເປັນປະທານປິດກອງປະຊຸມໂດຍແມ່ນທ່ານ ພົນໂທ ຈັນ
ສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນອກນີ້ກໍມີຄະນະນຳຈາກບັນດາກົມໃຫຍ່ຫ້ອງວ່າການ
ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານທີ່ເຮັດວຽກງານກຳລັງພົນຈາກບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນທົ່ວກອງທັບ
ເຂົ້າຮ່ວມ.


ທ່ານ ພົທ ຈັນສະໝອນ ຈັນຍາລາດ ເປັນກຽດເຂົ້າຮ່ວມເປັນປະທານປິດກອງປະຊຸມ

     ທ່ານປະທານໄດ້ຕີລາຄາຕໍ່ກອງປະຊຸມວ່າ: ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກຳລັງພົນໃນຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍຄວາມ
ສຳຄັນຕໍ່ການປັບປຸງກໍ່ສ້າງກອງທັບໃນໄລຍະໃໝ່,ໂດຍກອງປະຊຸມກໍໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດໜ້າທີ່, ປັບປຸງ, ກໍ່ສ້າງກຳລັງດ້ານກຳລັງພົນ,
ຍົກໃຫ້ເຫັນໄດ້ດ້ານຕັ້ງໜ້າ, ດ້ານຄົງຄ້າງ ແລະ ຜົນສຳເລັດຜ່ານການປະຕິບັດການປັບປຸງວຽກງານກຳລັງພົນ ແລະ ວຽກປະກອບອາວຸດກອງທັບໃນໄລຍະ
ຜ່ານມາ. ພ້ອມທັງຄົ້ນຄວ້າເອກະພາບກຳນົດທິດທາງແຜນການປະຈຳສົກປີ 2018-2019 ເຊິ່ງເປັນແຜນນະໂຍບາຍລະອຽດໃຫ້ແກ່ວຽກງານປັບປຸງກໍ່ສ້າງ
ກຳລັງດ້ານໂຄງການປະກອບການຈັດຕັ້ງ, ຈຳນວນພົນ ແລະ ການປະກອບອາວຸດຍຸດໂທປະກອນຂອງກອງທັບເຮົາໃຫ້ກ້າວໄປສູ່ຄຸນນະພາບອັນໃໝ່ຕາມ
ທິດຫັນເປັນແບບແຜນ ແລະ ທັນສະໄໝເທື່ອລະກ້າວ. ພ້ອມນັ້ນ ທ່ານປະທານຍັງໄດ້ໃຫ້ທິດຊີ້ນຳໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ
ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໃນໄລຍະໃໝ່. ເປັນຕົ້ນແມ່ນຕ້ອງຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນ
ລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພທາງສັງຄົມ, ສ້າງກຳລັງປະກອບອາວຸດໃຫ້ປອດໃສໜັກແໜ້ນເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່
ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການວຽກງານປັບປຸງກໍ່ສ້າງກຳລັງທາງດ້ານໂຄງປະກອບການຈັດຕັ້ງ, ຈຳນວນພົນ
ແລະ ພາຫະນະ-ອາວຸດຍຸດໂທປະກອນໃຫ້ກອງທັບແຕ່ປີ 2015-2020. ໃນນີ້ໃຫ້ເອົາໃຈໃສ່ການຊັບຊ້ອນບຸກຄະລາກອນເຂົ້າຕາມໂຄງປະກອບການຈັດ
ຕັ້ງໃໝ່ທີ່ກະຊວງປ້ອງກັນປະເທດໄດ້ອະນຸມັດ, ແກ້ໄຂສັບຊ້ອນກຳລັງທີ່ເຫຼືອຢູ່ອົງການ ແລະ ຂະແໜງການຮັບໃຊ້ຮັບປະກັນລົງປະກອບໃຫ້ຫົວໜ່ວຍກົມ
ກອງສູ້ຮົບ, ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມໃຫ້ເຂົ້າໃຈຢ່າງຖືກຕ້ອງຕໍ່ກົດໝາຍພັນທະປ້ອງກັນຊາດ ເຊິ່ງແມ່ນພັນທະຂອງຊາວໜຸ່ມພົນລະເມືອງ
ລາວທຸກຄົນຕ້ອງໄດ້ເຂົ້າຮ່ວມ, ຖືສຳຄັນການກວດກາຄັດເລືອກເອົາທະຫານໃໝ່ທັງພັນທະປ້ອງກັນຊາດ ແລະ ສະໝັກເປົ້າໝາຍທະຫານອາຊີບໃຫ້ບັນລຸ
ໄດ້ຕາມມາດຖານເງື່ອນໄຂທີ່ກົດໝາຍ ແລະ ຂໍ້ກຳນົດໄດ້ກຳນົດໄວ້, ສ້າງເປັນພື້ນຖານໃຫ້ແກ່ການພັດທະນາບຸກຄະລາກອນໃນກອງທັບໃຫ້ໄດ້ມາດຖານ,
ມີຄຸນນະພາບ ແລະ ເຂົ້າສູ່ລະບຽບການທີ່ຮັດກຸມເທື່ອລະກ້າວ, ສືບຕໍ່ການປະຕິບັດການຄຸ້ມຄອງກຳລັງພົນດ້ວຍລະບົບຖານຂໍ້ມູນທີ່ໄດ້ປັບປຸງ ແລະ ດຳ
ເນີນການໃນໄລຍະ 4 ປີ ທີ່ຜ່ານມາ. ຕາມຂໍ້ກຳນົດຂອງກະຊວງປ້ອງກັນປະເທດວ່າດ້ວຍລະບຽບການຄຸ້ມຄອງກຳລັງພົນໃນກອງທັບ, ໃນນີ້ໃຫ້ເອົາໃຈໃສ່
ໃນການປະສານສົມທົບແໜ້ນລະຫວ່າງຂະແໜງກຳລັງພົນ, ພະນັກງານ, ປະກັນສັງຄົມ, ການເງິນ ແລະ ອາວຸດ-ກະສູນ, ຈັດຕັ້ງການລົງກວດກາຢູ່ອົງການ
ແລະ ກົມກອງຕົວຈິງໃຫ້ສອດຄ່ອງ, ສືບຕໍ່ລົງກວດກາເກັບກຳຂໍ້ມູນການປະກອບອາວຸດ-ກະສູນຢູ່ກົມກອງຕົວຈິງ, ຕີລາຄາຄຸນນະພາບເພື່ອເຂົ້າແຜນໃນ
ການຖອດອາວຸດທີ່ເປ່ເພເສື່ອມຄຸນນະພາບມາສ້ອມແປງ ແລະ ເຂົ້າແຜນເບີກຈ່າຍໃໝ່ໃຫ້ຮັບປະກັນແກ່ການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ສົມທົບ
ກັບການສ້າງກົນໄກ ແລະ ລະບົບການຄຸ້ມຄອງບັນຊີອາວຸດ-ກະສູນບໍ່ໃຫ້ຕົກເຮ່ຍເສຍຫາຍ, ໂດຍສະເພາະອາວຸດທີ່ປະກອບໃນກຳມື, ເອົາໃຈໃສ່ການບົວ
ລະບັດປົກປັກຮັກສາອາວຸດຍຸດໂທປະກອນທີ່ມີໃຫ້ໄວ້ນຳໃຊ້ຍາວນານ ແລະ ມີປະສິດທິພາບດີ.