ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອປະຈຳປີ 2019


ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ ເປັນປະທານ

     ວັນທີ 7 ມັງກອນ 2020 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງຫົວພັນ ໄດ້ເປັນເຈົ້າພາບຈັດກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3
ແຂວງພາກເໜືອ, ຫົວພັນ, ຊຽງຂວາງ ແລະ ໄຊສົມບູນ ປະຈຳປີ 2019 ແລະ ວາງທິດທາງແຜນການປີ 2020 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ
ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈຳການ ປກຊ-ປກສ ຂັ້ນສູງກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ
ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຫົວພັນ, ປະທານ ປກຊ-ປກສ ແຂວງ, ຕາງໜ້າຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະ
ເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການ ປກຊ-ປກສ ສູນກາງ, ກອງບັນຊາການທະຫານ ແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ຫ້ອງການ ປກຊ-ປກສ ແຂວງ,
ບັນດາເຈົ້າເມືອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ກອງປະຊຸມໄດ້ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ໃນໄລຍະ 1 ປີ ຜ່ານມາດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນ
ໄດ້ ເປັນຕົ້ນແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ເຊິ່ງຍາມໃດຄະນະກຳມະການ ປກຊ-ປກສ ພວກເຮົາກໍໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການ
ເມືອງ-ນຳພາ ເເນວຄິດເປັນຫຼັກເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຫຼັກໝັ້ນຊົນຊັ້ນຫັນເອົາກຳລັງລົງກໍ່ສ້າງຮາກ
ຖານການເມືອງ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍທີ່ກົມການເມືອງສູນກາງພັກວາງອອກ, ເຮັດໃຫ້ປະຊາຊົນບັນດາເຜົ່າຮູ້ ແຈ້ງຕໍ່ແນວທາງປ່ຽນ
ແປ່ງໃໝ່ຂອງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງພັກ, ຕິດພັນກັບວຽກງານ 3 ສ້າງເປັນສຳຄັນໃນການສ້າງເເຂວງເປັນຫົວໜ່ວຍຍຸດທະສາດ,
ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ໄປຄວບຄູ່ກັບການເຕົ້າໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່ ແລະ ເຕົ້າໂຮມບ້ານໃຫຍ່
ເປັນຕົວເມືອງນ້ອຍໃນຊົນນະບົດ ໂດຍຖືວ່າຮາກຖານເຂັ້ມແຂງ ສັງຄົມກໍມີຄວາມສະຫງົບ.

     ສັງລວມແລ້ວ, ໃນໄລຍະຜ່ານມາ ການປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຫັນວ່າສະຖຽນລະພາບທາງດ້ານການເມືອງຂັ້ນແຂວງ, ເມືອງ ແລະ
ຮາກຖານບ້ານມີຄວາມສະຫງົບ, ໃນນີ້ໄດ້ສ້າງບ້ານປ້ອງກັນຊາດ ເຂັ້ມແຂງໄດ້ 120 ບ້ານ, ບ້ານປ້ອງກັນຄວາມສະຫງົບ 44 ບ້ານ ແລະ ບ້ານປອດຢາເສບຕິດ 246 ບ້ານ,
ໃນນັ້ນໄດ້ກະຕຸກຊຸກຍູ້ເສດຖະກິດ, ວັດທະນະທຳ, ສັງຄົມມີທ່າກ້າວຂະຫຍາຍຕົວ ແລະ ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ, ປະຊາຊົນບັນດາເຜົ່າໄດ້ມີຄວາມສະດວກໃນການ
ທຳມາຫາກິນ ແລະ ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສະເພາະ ແຂວງ ຫົວພັນ GDP ບັນລຸໄດ້ 2.927,22 ຕື້ ກີບ, ຊຽງຂວາງ
ບັນລຸໄດ້ 3.728,19 ຕື້ ກີບ, ກອງປະຊຸມຍັງປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາມີເນື້ອໃນຄົບຖ້ວນ ແລະ ພ້ອມກັນວາງທິດທາງ
ແຜນການໃນຕໍ່ໜ້າຕື່ມອີກ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ການນຳແຂວງ ແລະ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ຂັ້ນສູນກາງ ລົງຮອດທ້ອງ
ຖິ່ນ, ຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນ ເຊື້ອວີລະຊົນຂອງ ກອງທັບປະຕິວັດເຮົາ ແລະ ແຂວງໃນໄລຍະໃໝ່, ເພື່ອເປັນບົດຮຽນ ແລະ ບ່ອນອີງໃນການໝູນໃຊ້ເຂົ້າໃນ
ໜ້າທີ່ການເມືອງຂອງຕົນ, ຢາກເຮັດໄດ້ແນວນັ້ນ ຄະນະພັກ-ຄະນະບັນຊາທຸກຂັ້ນຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວ ຄິດເປັນກົກ ເພື່ອເຮັດໃຫ້
ພະນັກງານ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຖືເອົາວຽກງານ ປກຊ-ປກສ ທົ່ວປ່ວງຊົນຮອບດ້ານເປັນໜ້າທີ່ຂອງໝົດທຸກຄົນ, ສະນັ້ນ, ຮຽກ
ຮ້ອງໃຫ້ພະນັກງານຫຼັກແຫຼ່ງ ໃນແຕ່ລະຂັ້ນຕ້ອງເປັນເສນາທິການ ໃຫ້ຂັ້ນເທິງ ເພື່ອເຮັດໃຫ້ສະພາບມີຄວາມສະຫົງບປອດໄພ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງ
ກອງທັບເຮົາ ເພື່ອຜັນຂະຫຍາຍໃຫ້ຄົນຮຸ່ນໜຸ່ມສືບທອດປ່ຽນແທນໃຫ້ເຂົ້າໃຈແຈ້ງ ຕໍ່ກັບຂົງເຂດວຽກງານ ປກຊ-ປກສ ທົ່ວປ່ວງຊົນຮອບດ້ານ, ຫັນເອົາພະນັກງານລົງກໍ່
ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງແບບມູນເຊື້ອ ແລະ ຍາວນານຊອກໃຫ້ເຫັນບັນຫາຂໍ້ຄົງຄ້າງ ອັດຕັນທ່ວງດຶງຕໍ່ກັບການພັດທະນາເສດຖະກິດ ສັງຄົມ ແລະ ບັນດາ
ກົມກອງ ຂອງພວກສະຫາຍແລ້ວຮີບຮ້ອນ ພ້ອມກັນແກ້ໄຂໃຫ້ທ່ວງທັນ, ໄປຄຽງຄູ່ກັນນັ້ນ, ວຽກງານອົບຮົມ-ຫັດແອບ ກໍສຳຄັນໃນການປັບປຸງກໍ່ສ້າງກຳລັງເຮົາໃຫ້ເຕີບ
ໃຫຍ່ເຂັ້ມແຂງ, ວຽກງານຄຸ້ມຄອງສຳມະໂນຄົວກໍຕ້ອງມີການບັນທຶກເກັບກຳຕົວເລກໃຫ້ລະອຽດຈະແຈ້ງ, ຂົງເຂດວຽກງານຊາຍແດນກໍຕ້ອງໄດ້ແລກປ່ຽນປະສານສົມທົບ
ກັບປະເທດເພື່ອນມິດທີ່ມີ ຊາຍແດນຕິດຈອດກັນ ໂດຍສະເພາະແມ່ນ ສສ ຫວຽດນາມ ໃຫ້ເລິກເຊິ່ງ ສະຫຼຸບຖອດຖອນບົດຮຽນຮ່ວມກັນແຕ່ຂັ້ນແຂວງ ລົງຮອດຮາກຖານ
ປະຊາຊົນເພື່ອເຮັດໃຫ້ການແລກປ່ຽນຂໍ້ມູນຂ່າວສານ ໃນການເຮັດໃຫ້ສະພາບມີຄວມສະຫງົບໂດຍພື້ນຖານ, ເວົ້າສະເພາະແມ່ນແຕ່ລະທ້ອງຖິ່ນໃຫ້ກວ້າງຂວາງເປັນການ
ກະຕຸກຊຸກຍູ້ວຽກງານດັ່ງກ່າວ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.