ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ພູວົງ ວົງພົມ ເຂົ້າຢ້ຽມຊົມຫໍມູນເຊື້ອ
ປະທານໄກສອນ ພົມວິຫານ ຢູ່ໂຮງຮຽນນາຍສິບເລກ 2 ວຽງໄຊ


ທ່ານ ພົນຕີ ພູວົງ ວົງພົມ ເຂົ້າຢ້ຽມຊົມຫໍມູນເຊື້ອ ປະທານໄກສອນ ພົມວິຫານ ຢູ່ໂຮງຮຽນນາຍສິບເລກ 2 ວຽງໄຊ

     ໃນວັນທີ 1 ກຸມພາ 2019 ນີ, ພາຍຫຼັງສໍາເລັດການເຂົ້າຮ່ວມພິທີສະເຫີມສະຫອງວັນສ້າງຕັງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ໂຮງຮຽນກໍສ້າງນາຍສິບເລກ 2
ວຽງໄຊແລ້ວ, ທ່ານ ພົນຕີ ພູວົງ ວົງພົມ ກໍມະການຄະນະປະຈໍພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຂົ້າຢ້ຽມຊົມຫໍມູນເຊື້ອປະທານໄກສອນ ພົມວິຫານ ຢູ່
ໂຮງຮຽນວຽງໄຊ, ທີ່ມີປະຫວັດມູນເຊືອຕິດພັນກັບຊີວິດ ແລະ ການເຄືອນໄຫຂອງປະທານ ໄກສອນ ພົມວິຫານ, ໃນການຊົມຄັ້ງນີ້, ພັນເອກ ອິນຫວນ ວໍລະສານ ເລຂາຄະ
ນະພັກ, ຫົວໜ້າການທະຫານໂຮງຮຽນ ນາຍສິບເລກ2 ວຽງໄຊ ໄດ້ກ່າວວ່າ: ໂຮງຮຽນແຫ່ງນີ້ສ້າງຕັ້ງຂຶ້ນຢູ່ທີ່ຊວນທັນ, ເມືອງກຸຍເຮິບ ແຂວງເຫງະອານໃນກາງປີ 1962,
ຍົກຍ້າຍມາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວປີ 1976 ທີບ້ານນາໄກ່, ເມືອງວຽງໄຊ, ແຂວງຫົວພັນ ແລະ ຍົກຍ້າຍມາຢູ່ທີ່ຕັ້ງປັດຈຸບັນໃນເວລາຕໍ່ມາຄືກາງປີ
1988, ຫໍມູນເຊື້ອຍັງໄດ້ສະແດງໃຫ້ເຫັນການເຄື່ອນໄຫວວຽກງານແຕ່ລະໄລຍະຂອງໂຮງຮຽນວຽງໄຊ , ຄໍວ່າ " ວຽງໄຊ" ແມ່ນຊື່ລັບຂອງປະທານໄກສອນ ພົມວິຫານ ໃນ
ໄລຍະການຕໍ່ສູ້ກູ້ຊາດ ແລະ ໄດ້ຮັບກຽດເອົາມາເປັນຊື່ຂອງໂຮງຮຽນນາຍສິບເລກ2 ກອງທັບ.

     ຈຸດປະສົງການສ້າງຫໍມູນເຊື້ອດັ່ງກ່າວ ກໍ່ເພື່ອການສຶກສາຄົ້ນຄວ້າປະຫວັດສາດການຕໍ່ສູ້ຂອງຊາດລາວ, ເຫັນໄດ້ຜົນງານວີລະກຳອັນລໍ້າເລີດ ແລະ ແບບຢ່າງອັນໃສແຈ້ງ
ຂອງບັນດາຜູ້ນຳການປະຕິວັດລາວເວົ້າລວມ, ເວົາສະເພາະແມ່ນ ປະທານໄກສອນ ພົມວິຫານ ເພື່ອໃຫ້ນາຍ ແລະ ພົນທະຫານໄດ້ຊອກຮູ້ຮໍ່າຮຽນເອົາແບບຢ່າງຄຸນສົມບັດ
ສິນທຳປະຕິວັດ, ແບບແຜນວິທີນໍາພາ ແລະ ການດໍາງຊີວິດອັນປອດໃສຂອງເພີ່ນເພືອເປັນຊ່ອງທາງໃນການເຝິກຝົນຫຼໍ່ຫຼອມຕົນເອງ.