ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 661 ປະກາດຮັບຮອງຄະນະພັກຊຸດໃໝ່ສະໄໝທີ I


ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານພິທີປະກາດຮັບຮອງຄະນະພັກຊຸດໃໝ່ສະໄໝທີ I

     ກອງພັນໃຫຍ່ 661 ໄດ້ຈັດຕັ້ງພິທີປະກາດຮັບຮອງຄະນະພັກຊຸດໃໝ່ ສະໄໝທີ I ຂຶ້ນໃນຕອນເຊົ້າວັນທີ 5 ເມສາ 2019 ນີ້, ທີ່ສະໂມສອນຂອງຕົນ, ໂດຍການເປັນປະ
ທານຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມລົດ
ຕັງ-ຍານເກາະ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 661, ຕົວແທນບັນດາກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນພິທີໄດ້ອ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງຄະນະພັກກອງພັນໃຫຍ່ 661 ສະໄໝທີ I, ໂດຍອີງໃສ່ກົດລະບຽບຂອງພັກປະ
ຊາຊົນປະຕິວັດລາວ ສະໄໝທີ X ໝວດທີ V ມາດຕາ 25 ວ່າດ້ວຍສະໄໝຂອງກອງປະຊຸມໃຫຍ່ຜູ້ແທນຂອງພັກ, ອີງໃສ່ຜົນການປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່ ສະ
ໄໝທີ I ຂອງຄະນະພັກກອງພັນໃຫຍ່ 661, ຄະນະພັກກະຊວງປ້ອງກັນປະເທດຕົກລົງຮັບຮອງເອົາຄະນະພັກກອງພັນໃຫຍ່ 661 ສະໄໝທີ I ປະກອບມີ ພັນເອກ ສາຍລົມ
ໄຊຍະສຸກ ເປັນເລຂາຄະນະພັກ, ພັນເອກ ຄຳປານ ແພງພັນ ເປັນຮອງເລຂາຄະນະພັກ, ພັນໂທ ສູນທະລາ ໄຊຍະຈັກ ເປັນຄະນະປະຈຳພັກ, ພັນໂທ ພູວົງ ທິບພະຈອນ ເປັນ
ປະທານກວດກາພັກ, ພັນໂທ ວຽງແກ້ວ ວົງວຽງຄຳ, ພັນໂທ ພູວົງ ໄພມະນີວົງ, ພັນໂທ ເກດສະໜາ ທະວິນໄຊ, ພັນໂທ ແທ່ນຄຳ ພາສະຫວັດ ແລະ ພັນຕີ ທອງສີ ສີສະ
ຫວັດ ເປັນຄະນະພັກຊຸດໃໝ່, ເຊິ່ງການປະກາດຮັບຮອງຄະນະພັກຊຸດໃໝ່ຄັ້ງນີ້ ເປັນການປັບປຸງລະບົບກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ມີ
ຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ໂອກາດນີ້ ທ່ານ ພົນຕີ ປອ ທອງລອຍ ສີລິວົງ ໄດ້ໃຫ້ການໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະພັກຊຸດໃໝ່ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງກົມ
ກອງ, ເຊື່ອມຊຶມກຳແໜ້ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ,
ໂດຍຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັກກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບອົງ
ການປົກຄອງທ້ອງຖິ່ນຂອບເຂດກົມກອງຕັ້ງທັບເພື່ອເຮັດໃຫ້ສະພາບຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ພ້ອມນີ້ ກໍຕ້ອງເປັນເຈົ້າການເຕົ້າໂຮມຄວາມ
ສາມັກຄີພາຍໃນພັກ-ພາຍໃນກົມກອງໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ຕັ້ງໜ້າປັບປຸງກໍ່ສ້າງກຳລັງ-ກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ດີຂຶ້ນເທື່ອລະກ້າວ.