ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດເນັ້ນໃຫ້ອົງຄະນະພັກ
ກອງພັນໃຫຍ່ 641 ເພີ່ມທະວີບົດບາດການນຳພາຂອງຕົນ


ພົນຕີ ແອສະໄໝ ເລືອງວັນໄຊ ເນັ້ນໃຫ້ອົງຄະນະພັກກອງພັນໃຫຍ່ 641 ເພີ່ມທະວີບົດບາດການນຳພາຂອງຕົນ

     ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງພັນໃຫຍ່ 641 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 4 ເມສາ 2019 ນີ້, ສະຫາຍ ພົນຕີ
ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາຊຸດໃໝ່ສຸມໃສ່ເຮັດວຽກງານ
ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ, ປັບປຸງລະບຽບແບບແຜນໄປຄຽງຄູ່ກັບການກໍ່ສ້າງກົມກອງ ໂດຍເນັ້ນໃສ່ການອົບຮົມມູນເຊື້ອອັນດີງາມຂອງ
ກອງທັບ, ຂອງກົມກອງ, ການປະຕິບັດລະບອບດຳເນີນຊີວິດພາຍໃນເປັນປົກກະຕິ, ລະບອບຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ. ຍົກສູງຄວາມຮັບຜິດຊອບການເມືອງ, ທັດສະ
ນະຫຼັກໝັ້ນ ກໍຄືສະຕິຕໍ່ການຈັດຕັ້ງ, ລະບຽບວິໄນຂອງກອງທັບ ແລະ ສະຕິເຄົາລົບກົດໝາຍຂອງລັດໃຫ້ຖືກຕ້ອງ.

     ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຮຽກຮ້ອງໃຫ້ທົ່ວອົງຄະນະພັກ ແລະ ພະນັກງານນຳພາ-ບັນຊາທົ່ວກອງພັນໃຫຍ່ 641 ຕ້ອງເພີ່ມທະວີຄວາມສາມັກຄີເປັນ
ເອກະພາບພາຍໃນຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ, ຕິດພັນແໜ້ນກັບການເຊີດຊູນໍ້າໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ຕັ້ງໜ້າປັບປຸງ ແລະ ເພີ່ມທະວີ
ບົດບາດການນຳພາຂອງພັກເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ, ສິ່ງສຳຄັນແມ່ນເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ, ບັນດາອົງການທີ່ເປັນເສ
ນາທິການໃຫ້ແກ່ຄະນະພັກໃຫ້ເຂົ້າສູ່ລະບຽບແບບແຜນ, ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ພ້ອມນັ້ນກໍຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງກົມ
ກອງ, ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການ ເຊີດຊູຄວາມເປັນແບບຢ່າງຂອງຄະນະພັກ, ສະມາຊິກພັກໃນການປະຕິບັດໜ້າທີ່ວຽກ
ງານ ກໍຄືການດຳລົງຊີວິດ.

     ກອງປະຊຸມໃນຄັ້ງນີ້ ຍັງໄດ້ປ່ອນບັດຄັດເລືອກເອົາ ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ຫົວໜ້າການເມືອງກອງພັນໃຫຍ່ເປັນເລຂາຄະນະພັກ, ສະຫາຍ ພັນເອກ
ນວນຕາ ທັນມະຈັກ ຫົວໜ້າການທະຫານເປັນຮອງເລຂາ, ສະຫາຍ ພັນໂທ ທອງລິດ ແສງຈັນທະບູລີ, ສະຫາຍ ພັນໂທ ບຸນປັນ ຄຳກ້ອນ, ສະຫາຍ ພັນໂທ ສົມມັກວົງ
ເລືອງຄຳ, ສະຫາຍ ພັນໂທ ຄຳແດງ ແພງພົງພັນ, ສະຫາຍ ພັນໂທ ໄມທອງ ອານຸສອນ, ສະຫາຍ ພັນໂທ ບຸນທອນ ອະນຸລັດ ແລະ ສະຫາຍ ພັນໂທ ພັນທອງ ພາໄລລັດ
ເປັນຄະນະພັກຊຸດໃໝ່.