ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ທີ່​ປຶກທູດ​ປ້ອງ​ກັນຊາ​ດ ສສ ຫວຽດນາມ ອວຍພອນ​ຫົວໜ້າກົມ​ໃຫ່ຍ​ເຕັກນິກ​ກອງ​ທັບ


ສະຫາຍ ພັນໂທ ຟາມ ແອງ ຢຸງ ຮອງທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ
ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບປະຊາຊົນລາວ

     ວັນທີ 2 ເມສາ 2021 ນີ້, ສະຫາຍ ພັນໂທ ຟາມ ແອງ ຢຸງ ຮອງທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າ
ຂອງຂວັນເຂົ້າອວຍພອນ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າ ກົມໃຫຍ່ເຕັກນິກ ກອງທັບປະຊາຊົນລາວ ເນື່ອງໃນໂອກາດປີໃໝ່ ລາວ ພສ 2564.

     ສະຫາຍ ພັນໂທ ຟາມ ແອງ ຢຸງ ໄດ້ກ່າວວ່າ: ຕະຫຼອດເວລາຜ່ານມາປະເທດລາວ ໄດ້ມີການພັດທະນາຂຶ້ນຫຼາຍດ້ານເວົ້າລວມ, ເວົ້າສະເພາະການພັດ
ທະນາເສດຖະກິດ-ສັງຄົມ ລ້ວນແຕ່ມີຄວາມສຳເລັດໃນທຸກຮູບແບບ, ຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ພ້ອມແລ້ວ ທີ່ຈະເປັນ
ຂົວຕໍ່ເພື່ອຮັດແໜ້ນ ການພົວພັນຮ່ວມມືລະຫວ່າງສອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນສອງຂະແໜງເຕັກນິກກອງທັບ ປະຊາຊົນສອງຊາດ ໃຫ້ນັບ
ມື້ນັບແໜ້ນແຟ້ນກວ່າເກົ່າ ແລະ ພ້ອມຈະໃຫ້ຄວາມຮ່ວມມືຊ່ວຍເຫຼືອ, ສະໜັບສະໜູນຢ່າງສຸດຄວາມສາມາດເພື່ອຮັບປະກັນໃຫ້ ວຽກງານເຕັກນິກກອງ
ທັບປະຊາຊົນລາວ ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ ພ້ອມທັງໄດ້ກ່າວອວຍພອນອັນປະເສີດໃຫ້ແກ່ ສະຫາຍ ພົນຕີ ປະສິດ ທ່ຽງທຳ ພ້ອມດ້ວຍ
ຄະນະຕະຫຼອດຮອດ ພະນັກງານຫຼັກແຫຼ່ງຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ເພື່ອສືບຕໍ່
ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ແລະ ສືບຕໍ່ຊີ້ນຳ-ນຳພາກົມໃຫຍ່ເຕັກນິກກອງທັບປະ ຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

     ສະຫາຍ ພົນຕີ ປະສິດ ທ່ຽງທຳໄດ້ສະແດງຄວາມຂອບໃຈນຳຮອງທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ທີ່ຍາມໃດກໍຍັງເປັນຫ່ວງເປັນໄຍຢູ່ສະ
ເໝີ ແລະ ເຫັນໄດ້ເຖິງຄວາມໝາຍສຳຄັນຂອງວຽກງານເຕັກນິກກອງທັບ ປະຊາຊົນລາວ ພ້ອມທັງອວຍພອນໄຊອັນປະເສີດແດ່ຮອງທີ່ປຶກສາທູດປ້ອງກັນ
ຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວທຸກປະການ, ມີຜົນສຳເລັດໃນທຸກ
ໜ້າທີ່ວຽກງານ ພ້ອມກັນຮ່ວມມືກັນສ້າງສາຍສຳພັນມິດຕະພາບການຮ່ວມມືແບບພິເສດລະຫວ່າງ 2 ຊາດ 2 ກອງທັບ, 2 ຂະແໜງການເຕັກນິກ ລາວ-
ຫວຽດນາມ ໃຫ້ໝັ້ນຄົງ ແລະ ມີຄວາມພັດທະນາກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.

     ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດດຽວກັນນີ້, ສະຫາຍ ຮວາງ ຈຸງ ຢຸງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນ
ແຂວງ ຮາ ຕິງ ສສ ຫວຽດນາມ ພ້ອມດ້ວຍຄະນະການນຳ ແຂວງ ກໍໄດ້ນຳ ເອົາກະຕ່າຂອງຂວັນ ພ້ອມດ້ວຍຄຳອວຍພອນໄຊອັນປະເສີດເຂົ້າອວຍພອນ
ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະການນຳແຂວງເຊັ່ນດຽວກັນ.