ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ຕ້ອນຮັບຄະນະຜູ້ແທນ ໜັງສືພິມກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຈັດຕະວາ
ຟາມ ວັນ ຮ້ວນ ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 5 ພຶດສະພາ 2017, ໃນໂອກາດທີ່ຄະ
ນະເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ລາວເຮົາໃນລະຫວ່າງວັນທີ 5-9 ພຶດສະພາ 2017.


ພົນຈັດຕະວາ ວັນທອງ ກອງມະນີ ຕ້ອນຮັບຄະນະຜູ້ແທນໜັງສືພິມກອງທັບປະຊາຊົນຫວຽດນາມ

     ໂອກາດນີ້ ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກ
ຂອງຄະນະຜູ້ແທນໜັງສືພິມກອງທັບປະຊາຊົນຫວຽດນາມ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວ
ພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງພັກ-ລັດ, ກອງທັບ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ
ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມືແລກປ່ຽນບົດຮຽນ, ປະສົບການ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງໜັງສືພິມກອງທັບປະຊາ
ຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງໃນການເປັນກະບອກສຽງໃຫ້ແກ່ກອງທັບຂອງທັງສອງປະເທດ.
     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຟາມ ວັນ ຮ້ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກໍຄື
ອົງການກ່ຽວຂ້ອງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນທີ່ມີໄມຕີຈິດມິດຕະພາບສອງຊາດຫວຽດນາມ-ລາວ ຍາມໃດກໍມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ
ກັນແບບສະຫາຍອ້າຍນ້ອງ ເພື່ອຮັດແໜ້ນສາຍພົວພັນອັນເປັນມູນເຊື້ອທີ່ມີຢູ່ແລ້ວໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.