ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ອົງຄະນະພັກ
ແຂວງໄຊສົມບູນຍົກສູງບົດບາດການນຳພາຂອງພັກ

     ວັນທີ 5 ມິຖຸນາ 2017 ນີ້, ອົງຄະນະພັກແຂວງໄຊສົມບູນ ໄດ້ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຂຶ້ນ. ໂດຍການເປັນປະທານຂອງ
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ.


ພົນໂທ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ອົງຄະນະພັກແຂວງໄຊສົມບູນຍົກສູງບົດບາດການນຳພາຂອງພັກ

     ໃນພິທີ ທ່ານ ພົນຕີ ທອງລອຍ ສິລິວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊສົມບູນ ໄດ້ຂື້ນກ່າວເປີດບັ້ນດຳເນີນຊີວິດການເມືອງ
ພ້ອມທັງໄດ້ບັນລະຍາຍເນື້ອໃນຂອງເອກະສານຈຸດປະສົງການເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍມະ
ຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກ ວ່າດ້ວຍການປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ມີຄວາມໜັກແໜ້ນທາງດ້ານ ການເມືອງແນວຄິດ, ມີ
ຄຸນສົມບັດສິນທຳປະຕິວັດ ແລະ ຖືເອົາການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນບັນຫາສຳຄັນເພື່ອພ້ອມກັນສົ່ງເສີມຈຸດດີ ແກ້ໄຂຈຸດອ່ອນທີ່ຄົງ
ຄ້າງ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ສ້າງຈຸ້ມເຈື້ອເຊື້ອສາຍ ແລະ ເປັນການຕີລາຄາຄືນຜົນຂອງການນຳພາວຽກງານດ້ານຕ່າງໆຂອງຄະນະພັກ
ທຸກຂັ້ນ, ຖືເອົາການສຳຫຼວດກວດກາແກ້ໄຂປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ.

     ໃນໂອກາດທີ່ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກທົ່ວອົງຄະນະພັກແຂວງໄຊສົມບູນໃນຄັ້ງນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາ
ລາດ ໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໃດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນ
ເຂົ້າໃນການສຳຫຼວດກວດກາຕົນເອງ, ຈິງໃຈຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນບັນຫາສຳຄັນ, ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ
ທີ x ຂອງພັກ ເຂົ້າໃນໜ້າທີ່ວຽກງານຕົວຈິງ ການປັບປຸງປົວແປງພັກແມ່ນວຽກງານທີ່ຈຳ ເປັນພາວະວິໄສ ແລະ ເປັນບັນຫາສຳຄັນຂອງການຊີ້ນຳ-ນຳພາ
ໃນທຸກຂົງເຂດວຽກງານ, ຖືເອົາການສຳຫຼວດກວດກາເປັນບັນຫາສຳຄັນ ຍົກສູງບົດບາດການນຳພາຂອງພັກໃຫ້ໜັກແໜ້ນເຂັ້ມແຂງໃຫ້ສົມກັບວ່າ ພັກ
ນຳ ພາເດັດຂາດໂດຍກົງຮອບດ້ານ ບັ້ນດຳເນີນຊີວິດການເມືອງດັ່ງກ່າວໄດ້ດຳເນີນໄປເປັນເວລາ 5 ວັນ.