ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາໂຄງການກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດ ສະຫະພາບໂຊວຽດ


ພິທີເຊັນສັນຍາ ໂຄງການກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດ ສະຫະພາບໂຊວຽດ

     ໃນວັນທີ 5 ມິຖຸນາ 2020 ນີ້, ກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດ
ສະຫະພາບໂຊວຽດ ທີ່ໄດ້ເສຍຊີວິດໃນການປະຕິບັດພັນທະສາກົນຢູ່ ສປປ ລາວ ລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນນາມເຈົ້າຂອງໂຄງການ ແລະ
ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບ ວົງຈອນ SCS ໃນນາມຜູ້ຮັບເໝົາກໍ່ສ້າງ. ຕາງໜ້າກົມໃຫຍ່ ການເມືອງກອງທັບຮ່ວມລົງນາມ ໂດຍ ທ່ານ ພົນຕີ ສອນ
ທອງ ພົມລາວົງ ກໍາມະການ ຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຕາງໜ້າຜູ້ຮັບເໝົາກໍ່ສ້າງໂດຍ ແມ່ນ ທ່ານ ສົມພັດ ສຸພັດ
ທອນ ປະທານບໍລິສັດສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS, ໂດຍຊ້ອງໜ້າ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ທ່ານ ພັນໂທ ກາວິນ ຈັນທະມາດ ຫົວໜ້າ ຫ້ອງການກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກຂອງ ລັດຖະມົນຕີກະຊວງປ້ອງກັນປະເທດ ວ່າ
ດ້ວຍການອະນຸມັດໂຄງການກໍ່ສ້າງ ອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງ ຊຽງຂວາງ ໃຫ້ບໍລິສັດສຸພັດທອນ
ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ເປັນຜູ້ຮັບເໝົາກໍ່ສ້າງໃຫ້ສຳເລັດຕາມແຜນ ການ, ເຊິ່ງກຳນົດເວລາການກໍ່ສ້າງ 5 ເດືອນ ນັບແຕ່ວັນເຊັນສັນຍາເປັນຕົ້ນໄປ,
ລວມມູນຄ່າໃນການກໍ່ສ້າງທັງໝົດ 7 ຕື້ກວ່າ ກີບ, ເຊິ່ງເປັນງົບປະມານຂອງ ກະຊວງປ້ອງກັນປະເທດ ໃນພິທີ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ຕິດຕາມ ກວດກາການ ປະຕິບັດບັນດາໜ້າວຽກ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້
ໂຄງການດັ່ງກ່າວດຳເນີນໄປທັນກັບເວລາ ແລະ ຮັບປະກັນໃຫ້ມີຄຸນນະພາບ ເພື່ອເປັນຂອງຂັວນໃນມື້ສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 70 ປີ
ຢ່າງໜ້າສັນລະເສີນອີກດ້ວຍ.