ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຜູ້ແທນກຳມະບານທົ່ວກອງທັບຄັ້ງທີ V ສຳເລັດລົງດ້ວຍໝາກຜົນ​ອັນ​ຈົບງາມ


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ກອງປະຊຸມຜູ້ແທນກຳມະບານທົ່ວກອງທັບຄັ້ງທີ V ສຳເລັດລົງຢ່າງຈົບງາມ ໃນວັນທີ 7 ກໍລະກົດ 2020 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນ
ໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ປ້ານ ນ້ອຍມະນີ ກໍາ
ມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີບັນດາທ່ານ ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ກົມ
ກອງອ້ອມຂ້າງ ກະຊວງປ້ອງກັນປະເທດ, ມີບັນດາທ່ານ-ບັນດາສະຫາຍ ພະນັກງານອາວຸໂສບຳນານ, ແຂກຮັບເຊີນທີ່ມາຈາກສູນກາງສະຫະພັນກໍາມະບານລາວ, ປະທານ
ສະຫະພັນກໍາມະບານບັນດາກະຊວງ. ທະນາຄານແຫ່ງ ສປປ ລາວ, ບໍລິສັດ ລັດວິສາຫະກິດ, ໂຮງຈັກ, ໂຮງງານ, ກົມກອງຜະລິດ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ບົວຄຳ ຄຸນມີສຸກ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຫົວໜ້າ ຫ້ອງການກຳມະບານກອງທັບ ໄດ້ຂຶ້ນ
ຜ່ານບົດລາຍງານການເມືອງ ທັງ 2 ພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນກຳມະບານທົ່ວກອງທັບ ຄັ້ງທີ IV ໃນໄລຍະ 5
ປີຜ່ານມາ ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນໃນກອງທັບ ໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາສຶກສາອົບຮົມການເມືອງແນວຄິດຢ່າງເປັນປົກກະຕິດ້ວຍຫຼາຍເນື້ອໃນ,
ຫຼາຍວິທີເຮັດຢ່າງມີຈຸດສຸມ, ຖືກກັບແຕ່ລະເປົ້າໝາຍ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະ, ຊຸກຍູ້ພະນັກງານສະມາຊິກກຳມະບານ-ກຳມະກອນຄົ້ນ
ຄວ້າຮໍ່າຮຽນ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິຄໍາສັ່ງຂອງພັກ-ລັດ ແລະ ຂອງກອງທັບ ກໍຄືມະຕິຂອງສະຫະພັນກຳມະບານລາວໃນທົ່ວປະເທດ ເຮັດໃຫ້ຖັນ
ແຖວພະນັກງານ, ສະມາຊິກກໍາມະບານ-ກຳມະກອນມີຄວາມສະຫງົບອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ແລະ ເປັນເອກະພາບສູງຕໍ່ການນໍາພາຂອງພັກ-ລັດ, ມີຄວາມ
ໜັກແໜ້ນຕໍ່ອຸດົມການປະຕິວັດ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ມີມານະຈິດ ປະຕິວັດ ມີຄວາມຫ້າວຫັນຂະຫຍັນພຽນ, ສະຕິເຄົາ​ໃນ​ການລົບກົດໝາຍຂອງລັດ, ຂໍ້ກໍານົດ
ກົດລະບຽບຂອງກອງທັບ, ຂອງກຳມະບານ ເຊິ່ງໄດ້ຮັບການເສິມຂະຫຍາຍຢ່າງຕັ້ງໜ້າ ຕິດພັນກັບການປັບປຸງການຈັດຕັ້ງກຳມະບານ ໃຫ້ເຕີບໃຫຍ່ເຂັ້ມແຂງ, ໂດຍການ
ຖືເອົາການດໍາເນີນຊິວິດການເມືອງ ຂອງກຳມະບານເປັນບ່ອນສຶກສາອົບຮົມ, ອັນພົ້ນເດັ່ນແມ່ນໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ
ຂອງສູນກາງສະຫະພັນກຳມະບານລາວ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຂົງເຂດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ປັດຈຸບັນການຈັດຕັ້ງກຳມະບານໃນທົ່ວກອງທັບ ມີ 13 ສະຫະພັນ, ມີກຳມະບານຮາກຖານ 40 ຮາກຖານ ( ໃນນັ້ນມີພາກສ່ວນລັດວິສາຫະກິດ 35 ຮາກຖານ ແລະ
ພາກສ່ວນບໍລິຫານ 18 ຮາກຖານ ), ມີໜ່ວຍກຳມະບານ 158 ໜ່ວຍ, ມີກຳມະກອນທັງໝົດ 5.388 ສະຫາຍ, ຍິງ 1.697 ສະຫາຍ, ສະມາຊິກ ກຳມະບານທັງໝົດ
4.547 ສະຫາຍ, ຍິງ 1.396 ສະຫາຍ, ຂະຫຍາຍໃໝ່ 1.131 ສະຫາຍ, ຍິງ 215 ສະຫາຍ, ຖ້າທຽບໃສ່ ກອງປະຊຸມຄັ້ງທີ IV ເພີ່ມຂຶ້ນ 24,87% ແລະ ວຽກງານດ້ານ
ອື່ນໆ ກໍ່ສຳເລັດຕາມແຜນການ. ຈາກນັ້ນກອງປະຊຸມຍັງໄດ້ຈັດຕັ້ງຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະ 5 ປີຜ່ານມາ ແລະ ມອບໃບຢັ້ງ
ຢືນຜົນງານ 5 ເປັນເຈົ້າໃຫ້ບັນດາສະຫະພັນກຳມະບານ ແລະ ຮາກຖານກຳມະບານ. ໃນນັ້ນໄດ້ຮັບຮອງເປັນສະຫະພັນກໍາມະບານ 5 ເປັນເຈົ້າ, ຮັບທຸງໄຊ ແຂ່ງຂັນ 5 ເປັນ
ເຈົ້າສະໄໝທີ VII ຂອງສູນກາງສະຫະພັນກໍາມະບານລາວ ແລະ ຫຼຽນກາສູງສຸດຂອງສູນກາງສະຫະພັນກໍາມະບານລາວ ເຊິ່ງໃຫ້ກຽດມອບທຸງໄຊ ແລະ ປະດັບຫຼຽນກາ
ໂດຍ ທ່ານ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ນອກນັ້ນກໍໄດ້ຮັບໃບຍ້ອງຍໍ ສູນກາງສະຫະພັນກໍາ
ມະບານລາວ ໃຫ້ບຸກຄົນຈໍານວນ 2.195 ສະຫາຍ, ໃບຊົມເຊີຍສູນກາງສະຫະພັນກໍາມະບານລາວ ໃຫ້ບຸກຄົນຈໍານວນ 782 ສະຫາຍ, ພະນັກງານ, ສະມາຊິກ ກໍາມະ
ບານ ຈໍານວນ 69 ສະຫາຍ ໄດ້ຮັບຫຼຽນກາ ສູງສຸດຂອງສູນກາງສະຫະພັນກໍາມະບານລາວ. ນອກນີ້ຫ້ອງການກໍາມະບານ ກອງທັບ ກໍໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້
ກໍາມະບານຮາກຖານໃນກອງທັບ ເປັນກໍາມະບານ 5 ເປັນເຈົ້າຈໍານວນ 50 ຮາກຖານ, ໜ່ວຍພັກຫ້ອງການກໍາມະບານກອງທັບ ໄດ້ຮັບນາມມະຍົດເປັນໜ່ວຍພັກ ປອດໃສ
ເຂັ້ມແຂງ ໜັກແໜ້ນ 8 ປີຕໍ່ເນື່ອງໄດ້ຮັບການຄັດເລືອກເປັນກອງປອດໃສ, ປອດໄພ, ປອດຄະດີຈໍານວນ 7 ປີຕໍ່ເນື່ອງ ແລະ ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II 1 ໜ່ວຍ ແລະ
ໄດ້ຮັບ ທຸງໄຊ ຈາກສູນກາງສະຫະພັນກໍາມະບານລາວ ເປັນຈໍານວນ 10 ປີຊ້ອນ, ໄດ້ຫຼຽນກາສູງສຸດຂອງ ສະຫະພັນກໍາມະບານລາວ 2 ໜ່ວຍ, ພ້ອມກັນນັ້ນ, ພະນັກງານ
ສະມາຊິກກໍາມະບານຫຼາຍ ສະຫາຍ ກໍໄດ້ຮັບການຍ້ອງຍໍ, ຊົມເຊີຍຈາກພັກ-ລັດ ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ກົມກອງ ຢ່າງສົມກຽດ.

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ເນັ້ນໃຫ້ ຄະນະສະຫະພັນກໍາມະບານ ແຕ່ລະຂັ້ນເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ
ໃຫ້ສະມາຊິກກາໍມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນກອງທັບ ດ້ວຍຫຼາຍຮູບການ, ຫຼາຍວິທີການໃຫ້ສອດຄ່ອງ ກັບແຕ່ລະເປົ້າໝາຍ, ເໝາະສົມ ກັບລະດັບ
ຄວາມຮູ້ ແລະ ເງື່ອນໄຂຕົວຈິງ, ປຸກລະດົມນ້ຳໃຈຮັກຊາດ, ຮັກການອອກແຮງງານ; ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ມີສະຕິເຄົາຫຼົບກົດຫມາຍ
ແລະ ລະບຽບວິໄນໃນການອອກແຮງງານ, ກ້າເຮັດ, ກ້າຮັບຜິດຊອບ, ມີຄວາມດຸໝັ່ນຂະຫຍັນພຽນ, ຊື່ສັດ, ປະຢັດອົດທົນ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ ແລະ ຊ່ວຍ
ເຫຼືອເຊິ່ງກັນ ແລະ ກັນ, ຕັ້ງຫນ້າບຸກບືນຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ພ້ອມກັນນັ້ນ, ກໍຕ້ອງຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກກຸ່ມຄົນບໍ່ດີທີ່ຫວັງຈະມ້າງ ເພທໍາລາຍປະ ເທດຊາດ, ແບ່ງແຍກຄວາມ
ສາມັກຄີພາຍໃນພວກເຮົາ, ສຸມໃສ່ພັດທະນາພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນກອງທັບ ໃຫ້ກາຍເປັນກໍາລັງຜະລິດທີ່ມີຄຸນນະ
ພາບສູງ, ມີລະດັບວິທະ ຍາສາດເຕັກນິກທີ່ທັນສະໄໝ, ມີລະບຽບວິໄນໃນການອອກແຮງງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດກາຍເປັນ
ພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານທີ່ສົມຄູ່ກັບການຫັນເປັນອຸດສາຫະກໍາ ແລະ ສ້າງກອງທັບໃຫ້ກາຍເປັນກອງທັບ ທີ່ມີແບບແຜນ ແລະ
ທັນສະໄໝເປັນກ້າວໆ.