ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ ແຂວງວຽງຈັນ ປະກາດ​ແຕ່ງ​ຕັ້ງ​ສະພາວິທະຍາສາດ-ປະຫວັດສາດ


ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ​ເປັນ​ປະທານ

     ພິທີປະກາດແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານຢູ່ກອງບັນຊາການທະຫານ ແຂວງ ວຽງຈັນ ໄດ້ຈັດຂຶ້ນໃນ ວັນທີ 30 ມິຖຸນາ ນີ້,
ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບປະຊາຊົນລາວ, ມີ ສະຫາຍ ພົນຈັດ
ຕະວາ ບຸນມາ ວົງດາລາແສນ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງວຽງຈັນ, ບັນດາສະຫາຍຄະນະປະຈຳພັກ, ຄະ
ນະພັກ-ຄະນະບັນຊາອົງການ 5 ຫ້ອງພ້ອມດ້ວຍພະນັກງານວິຊາການ ພະແນກ ວິທະຍາສາດ-ປະຫວັດສາດ ການທະຫານ ເຂົ້າຮ່ວມ.

     ສະຫາຍ ພັນໂທ ກາວິນ ຈັນທະມາດ ຫົວໜ້າ ຫ້ອງການ ກົມວິທະຍາສາດ-ປະຫວັດສາດ ການ ທະຫານ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບເລກ
ທີ 74/ກປທ ລົງວັນທີ 03/01/2020 ວ່າດ້ວຍການແຕ່ງຕັ້ງ ສະພາວິທະຍາສາດ- ປະຫວັດສາດ ການທະຫານ ຂັ້ນຮາກຖານ ຂອງກອງບັນຊາການ ທະຫານແຂວງວຽງ
ຈັນ. ໃນນັ້ນໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າ ການທະຫານ ເປັນປະທານ, ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຫົວໜ້າ ຫ້ອງ
ການເມືອງ ເປັນຮອງປະທານ, ສະຫາຍ ພັນຕີ ຮື່ເຮີ່ ຈະເລີນ ເຍ່ຍປ່າວ ຫົວໜ້າ ພະແນກ ວິທະຍາສາດ-ປະຫວັດສາດ ການທະຫານ ເປັນຜູ້ປະຈໍາການ, ສະຫາຍ ພັນເອກ
ບຸນຜອງ ບຸດທະວົງ ຄະນະປະຈໍາພັກ ຫົວໜ້າ ຫ້ອງພະລາທິການເປັນຄະນະ, ສະຫາຍ ພັນໂທ ວັນນະລາດ ສີໂຄດຈັນແສງ ຫົວໜ້າ ພະແນກສູ້ຮົບ ເປັນຄະນະ, ສະຫາຍ
ພັນຕີ ຄໍາຕຸ່ນ ວົງສະນິດ ຮັກສາການ ຫົວໜ້າ ການທະຫານກອງບັນຊາການທະຫານ ເມືອງວຽງຄໍາ ເປັນຄະນະ ແລະ ສະຫາຍ ພັນຕີ ອຽນອຸສະພອນ ຫົວໜ້າ ພະແນກການ
ເງິນເປັນຄະນະ.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ໂອ້ລົມ ແລະ ເນັ້ນໜັກ
ໃຫ້ບັນດາສະຫາຍທີ່ໄດ້ ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຕ້ອງຢຶດໝັ້ນອຸດົມການຂອງພັກ, ຂອງລັດ ແລະ ຂອງກອງທັບ, ສຸມໃສ່ຄົ້ນຄວ້າຮໍ່າຮຽນສຶກສາຫາຄວາມຮູ້ທາງ
ດ້ານປະຫວັດສາດ, ມູນເຊື້ອຕ່າງໆຂອງກອງທັບ ກໍຄືຜົນງານປະຫວັດມູນເຊື້ອຂອງກົມກອງໃນໄລຍະຜ່ານມາ ເພື່ອນໍາມາຂຽນ ແລະ ຈັດຕັ້ງປະຕິບັດຕົວຈິງໃຫ້ປະສົບຜົນ
ສໍາເລັດ.