ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂະບວນລົດໄຟສັນຕິພາບ 2017 ລາວ-ຈີນ ຂອງກອງທັບປົດປ່ອຍປະຊາຊົນຈີນ
ສຳເລັດການໃຫ້ບໍລິການດ້ານສຸຂະພາບແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ
ຢູ່ເຂດໃຈກາງນະຄອນຫຼວງວຽງຈັນ

     ພາຍຫຼັງທີ່ເລີ່ມໃຫ້ບໍລິການດ້ານການແພດໃຫ້ແກ່ນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວມາເປັນເວລາ 10 ວັນ ຄື: ແຕ່ວັນທີ 25 ກໍລະ
ກົດ 2017 ຈົນຮອດວັນທີ 6 ສິງຫາ 2017 ນີ້, ຄະນະຮັບຜິດ ຊອບຂະບວນລົດໄຟສັນຕິພາບ ລາວ-ຈີນ ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດພິ
ທີປິດກິດຈະກຳດັ່ງກ່າວ ຢ່າງເປັນທາງການຢູ່ທີ່ໂຮງໝໍ 103 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ກຳ
ມະການຄະນະພັກກະຊວງ, ຮອງກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ມີ ສະຫາຍ ພົນຕີ ຫຼີວຕຽນຫຼົງ ຮອງກົມເສນາຮັກອົງການກົມໃຫຍ່ພະລາ
ທິການ ຄະນະກໍາມະການທະຫານສູນກາງແຫ່ງກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງມີທີ່ປຶກສາທູດດ້ານການປ້ອງກັນຊາດຂອງ ສປ ຈີນ ປະຈໍາລາວ, ມີຄະ
ນະພັກ-ຄະນະອຳນວຍການໂຮງໝໍ 103 ພ້ອມດ້ວຍທີມງານຄະນະແພດຈີນ “ຂະບວນລົດໄຟສັນຕິພາບ2017 ລາວ-ຈີນ” ເຊິ່ງນໍາໂດຍ ສະຫາຍ ພັນເອກ
ພິເສດ ເສິນຢິງ ຮອງຫົວໜ້າອໍານວຍການໂຮງໝໍໃຫຍ່ ຄຸນມິງ ສປ ຈີນເຂົ້າຮ່ວມ


ພາບລວມພິທີປິດຂະບວນລົດໄຟສັນຕິພາບ 2017 ລາວ-ຈີນ ຂອງກອງທັບປົດປ່ອຍປະຊາຊົນຈີນ ສຳເລັດ
ການໃຫ້ບໍລິການດ້ານສຸຂະພາບແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ຢູ່ເຂດໃຈກາງນະຄອນຫຼວງວຽງຈັນ

     ສະຫາຍ ພັນເອກ ຄໍາແພງ ພູມມາແກ້ວ ອໍານວຍການໂຮງໝໍ 103 ໄດ້ຂຶ້ນຜ່ານບົດສະຫຼຸບຜົນການ ເຄື່ອນໄຫວໃຫ້ບໍລິການທາງການແພດຂອງທີມ
ງານແພດຂະບວນລົດໄຟສັນຕິພາບ 2017 ລາວ-ຈີນ ທີ່ໄດ້ມາໃຫ້ບໍລິການກວດເຊັກ ແລະ ປິ່ນປົວສຸຂະພາບໂດຍບໍເສຍຄ່າໃຫ້ແກ່ຄະນະພັກ-ຄະນະບັນ
ຊາ, ນາຍ ແລະ ພົນທະຫານ, ຈາກບັນດາກົມໃຫຍ່ ກົມນ້ອຍ ກອງພັນໃຫຍ່ ກອງພັນນ້ອຍຢູ່ເຂດໃຈກາງຄອນຫຼວງວຽງຈັນ, ໂດຍຈັດຂຶ້ນຢູ່ຫຼາຍບ່ອນ
ເປັນຕົ້ນແມ່ນຢູ່ໂຮງໝໍ 103, ກອງພັນໃຫຍ່ 11 ແລະ ກອງພັນໃຫຍ່ 497 ເຊິ່ງໝາກຜົນທີ່ຍາດມາໄດ້ຈາກການປະຕິບັດໜ້າທີ່ກວດເຊັກ ແລະ ປິ່ນປົວ
ສຸຂະພາບໃນຄັ້ງນີ້ມີຫຼາຍດ້ານຄື: ດ້ານການກວດພະຍາດ ສາມາດປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ ເຊິ່ງໄດ້ກວດພາຍໃນເຊັ່ນ: ຫົວໃຈ-ເສັ້ນເລືອດ,
ລະບົບຖ່າຍເທ, ລະບົບຫາຍໃຈ, ພະຍາດພາຍນອກລວມ, ພະຍາດກະດູກ, ໄດ້ຜ່າຕັດສອງກໍລະນີຄື: ຜ່າຕັດຜົ້ງທ້ອງ, ແລະ ກະດູກ, ສ່ອງກະເພາະອາຫານ
ດ້ວຍການວາງຢາສະຫຼົບ 1 ກໍລະນີ, ກວດ, ຫູ, ຕາ, ດັງ, ຄໍ, ແຂ້ວ, ຄາງ, ເອໂກ, ແທກກະແສໄຟຟ້າຫົວໃຈ, ຂະແໜງປິ່ນປົວພື້ນເມືອງຈີນ, ໄດ້ກວດ
ເຊື້ອໄວລັດຕັບບີ ຊີ, ໄດ້ກວດພົບເຊື້ອ 47 ຄົນ, ນອກຈາກນັ້ນ, ຍັງໄດ້ສົມທົບກວດ ແລະ ວາງຢາໃຫ້ຄົນເຈັບໜັກຢູ່ບັນດາພະແນກພາຍໃນໂຮງໝໍ 103
ຈຳນວນໜຶ່ງ. ພ້ອມນີ້, ຄະນະແພດຈີນຍັງໄດ້ເປີດກອງປະຊຸມເຜີຍແຜ່ກ່ຽວກັບວິທີປ້ອງກັນການຕິດເຊື້ອ ແລະ ການກັນພະຍາດໄວຮັດຕັບອັກເສບ, ໃຫ້
ຄຳແນະນຳສຸຂະສຶກສາປ້ອງກັນພະຍາດໃນກອງທັບ, ສ້າງກິດຈະກຳແລກປ່ຽນຂໍ້ມູນຂ່າວສານ ເຊິ່ງມີການຖາມ-ຕອບແຈກລາງວັນແຈກປຶ້ມຄູ່ມືການຮັກ
ສາສຸຂະພາບ ຈຳນວນ 1000 ຫົວ ພ້ອມທັງໄດ້ມອບຢາປິ່ນປົວພະຍາດຫຼາຍຊະນິດ ແລະ ເຄື່ອງມືອຸປະກອນຮັບໃຊ້ທາງການແພດອີກຈໍານວນໜຶ່ງໃຫ້
ແກ່ໂຮງໝໍ 103; ກອງພັນໃຫຍ່ 11 ແລະ ກອງພັນໃຫຍ່ 497 ເພື່ອນໍາໃຊ້ເຂົ້າໃນການປິ່ນປົວຕໍ່ໄປ, ນອກຈາກນີ້ຍັງໄດ້ຂຶ້ນຫ້ອງແລກປ່ຽນທິດສະດີກ່ຽວ
ກັບພະຍາດໃນລະບົບຖ່າຍເທ, ພະຍາດ ຫົວໃຈ, ບົດຮຽນພື້ນຖານກ່ຽວກັບການພະຍາບານປົກກະຕິ, ການພະຍາບານສຸກເສີນ, ແລກປ່ຽນບົດຮຽນກ່ຽວ
ກັບການປິ່ນປົວແຂ້ວ, ຄາງ, ຫູ, ຕາ, ດັງ, ປາກ ແລະ ອື່ນໆ.

     ພາຍຫຼັງພິທີປິດກິດຈະກຳດັ່ງກ່າວແລ້ວ ສະຫາຍ ພົນຕີ ຫຼີວຕຽນຫຼົງ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນຕີ ວົງຄໍາ ພົມມະກອນ ຄະ
ນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາ ທິການກອງທັບປະຊາຊົນລາວ ເພື່ອອໍາລາ ພ້ອມທັງລາຍງານຜົນຂອງການເຄື່ອນໄຫວການ
ໃຫ້ການບໍລິການດ້ານສຸຂະພາບ ແລະ ປິ່ນປົວໃຫ້ແກ່ນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວຜ່ານມາ ເຊິ່ງສະຫາຍຫົວໜ້າກົມໃຫຍ່ພະລາທິການ
ກອງທັບ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືຮອບດ້ານ ລາວ-ຈີນ ທີ່ນັບມື້ນັບເພີ່ມທະວີ ແລະ ກ້າວ
ເຂົ້າສູ່ລວງເລິກມີປະສິດທິຜົນຕົວຈິງຕະຫຼອດມາ ແລະ ຫວັງວ່າໃນອະນາຄົດການຮ່ວມມືຂອງທີມແພດຈີນຈະໃຫ້ການຊ່ວຍເຫຼືອໃນຮູບແບບດັ່ງກ່າວ ແລະ
ດ້ານອື່ນໆແກ່ກອງທັບປະຊາຊົນລາວຕື່ມອີກ.