ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 91 ປີ

     ຕອນຄໍ່າຂອງວັນທີ 6 ສິງຫາ 2018, ທູດທະຫານ ສປ ຈີນປະຈຳ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນ
ຈີນ ຄົບຮອບ 91 ປີ (1/8/1927-1/8/2018) ຂຶ້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ຈັນ
ສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ຫວັງເຫວີນທຽນ ເອກອັກຄະລັດຖະທູດວິ
ສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ແຂກຖືກເຊີນ ແລະ ຊາວຈີນທີ່ອາໄສຢູ່ລາວ ເຂົ້າຮ່ວມເປັນຈຳນວນຫຼາຍ.


ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມຈັດງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 91 ປີ

     ສະຫາຍ ພັນເອກພິເສດ ເສີນຢົງຈີງ ທີ່ປຶກສາທູດທະຫານ ສປ ຈີນ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່
ຂະຫຍາຍຕົວຂອງກອງທັບປົດປ່ອຍປະຊາຊົນຈີນໃນຕະຫຼອດໄລຍະ 91 ປີ ຜ່ານມາ ກໍຄືການພົວພັນຮ່ວມມືລະຫວ່າງສອງກອງທັບ ຈີນ-ລາວ ທີ່ມີສາຍ
ພົວພັນມິດຕະພາບອັນເລິກເຊິ່ງ ແລະ ດີງາມ.

     ສະຫາຍກ່າວວ່າ: ພາຍໃຕ້ການເອົາໃຈໃສ່ ແລະ ຊຸກຍູ້ສົ່ງເສີມຂອງການນຳສອງພັກ, ສອງລັດ ແລະ ສອງກອງທັບຈີນ-ລາວ ໄດ້ຖະນຸຖະໜອມ ແລະ
ຮັດແໜ້ນສາຍພົວພັນມິດຕະພາບອັນເລິກເຊິ່ງ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ ແລະ ຊ່ວຍເຫລືອກັນ, ພ້ອມທັງດຳເນີນການຮ່ວມມືຢ່າງກວ້າງ
ຂວາງ ແລະ ເລິກເຊິ່ງ, ອັນໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງຊາດລາວ-ຈີນ ໃຫ້ນັບມື້ແຫນ້ນ
ແຟ້ນ. ສຳລັບໃນປີນີ້,ສອງກອງທັບ ຈີນ-ລາວ ໄດ້ມອບ-ຮັບໂຄງການສະໜາມ ແຂ່ງຂັນຍິງປືນອາຊຽນ ແລະ ຕຶກປິ່ນປົວທົ່ວໄປ 9 ຊັ້ນຂອງໂຮງໝໍ 103
ທີ່ສອງຝ່າຍຮ່ວມມືກັນກໍ່ສ້າງ. ໃນເງື່ອນໄຂຍຸກສະໄໝໃໝ່, ກອງທັບປົດປ່ອຍປະຊາຊົນຈີນຍິນດີຈະຮ່ວມກັບກອງທັບປະຊາຊົນລາວ ເພີ່ມທະວີ ການແລກ
ປ່ຽນ ແລະ ການຮ່ວມມືທາງດ້ານການທະຫານ, ດ້ານການແພດ, ດ້ານການຕ້ານໄພພິບັດ ແລະ ອື່ນໆ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງ
ຄູ່ຮ່ວມຊະຕາກຳ ຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ, ລວມທັງສົ່ງເສີມການແລກປ່ຽນຮ່ວມມືດ້ານປ້ອງກັນຊາດ.