ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສາມັນຄັ້ງທີ XVI ລະຫວ່າງ ທະຫານແຂວງສາລະວັນ
ກັບ ທະຫານແຂວງກວາງຈິ້-ເທື່ອທຽນເຫວ້


ກອງປະຊຸມສາມັນ ຄັ້ງທີ XVI ປະຈໍາປີ 2022 ກ່ຽວກັບການພົວພັນຮ່ວມມືຮອບດ້ານ ແລະ ການພົວພັນຮ່ວມມືຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນລະຫວ່າງ
ກອງບັນຊາການທະຫານແຂວງສາລະວັນ
ແຫ່ງ ສປປ ລາວ ກັບກອງບັນຊາການທະຫານຊາຍແດນ ແຂວງກວາງຈິ້ ແລະ ກອງບັນຊາການທະຫານຊາຍແດນແຂວງ
ເທື່ອທຽນ ເຫວ້ ແຫ່ງ ສສ ຫວຽດນາມ

     ຫວ່າງບໍດົນມານີ້, ກອງ ບັນຊາການທະຫານແຂວງສາລະວັນ ໄດ້ເປັນເຈົ້າພາບຈັດກອງປະຊຸມສາມັນ ຄັ້ງທີ XVI ປະຈໍາປີ 2022 ກ່ຽວກັບການພົວ
ພັນຮ່ວມມືຮອບດ້ານ ແລະ ການພົວພັນຮ່ວມມືຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນລະຫວ່າງ ກອງບັນຊາການທະຫານແຂວງສາລະວັນ ແຫ່ງ ສປປ ລາວ
ກັບກອງບັນຊາການທະຫານຊາຍແດນ ແຂວງກວາງຈິ້ ແລະ ກອງບັນຊາການທະຫານຊາຍແດນແຂວງ ເທື່ອທຽນເຫວ້ ແຫ່ງ ສສ ຫວຽດນາມ ໂດຍການ
ເປັນປະທານຮ່ວມຂອງ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງສາລະວັນ, ສະຫາຍ ພັນເອກ ເຈີ່ນ
ຊັວນ ລ້ານ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງ ກວາງຈິ້ ແລະ ສະຫາຍ ພັນເອກ ຟ້າມຕຸຸງເລິມ ຮອງຫົວໜ້າການເມືອງ ກອງບັນຊາການ
ທະຫານ ຊາຍແດນ ແຂວງເທື່ອທຽນເຫວ້ ພ້ອມຄະນະເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ເປັນຂີດໝາຍອັນສໍາຄັນບົນຈິດໃຈແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ
ດ້ານ, ທັງ ເປັນການສະເຫຼີມສະຫຼອງ 2 ວັນ ປະຫວັດສາດລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ
ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ. ໃນກອງປະຊຸມທັງສອງ
ຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບລວມຂອງແຂວງຕົນ ພ້ອມທັງສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາດ້ານການພົວພັນຮ່ວມ
ມືໃນໄລຍະຜ່ານມາ ແລະ ທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນດີສືບຕໍ່ຮັກສາ ແລະ ປະຕິບັດໃຫ້ເຂັ້ມງວດບັນດາເນື້ອໃນອະ
ນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ ລາວ-ຫວຽດນາມ, ສົນທິສັນຍາກ່ຽວກັບ ລະບຽບການຄຸ້ມຄອງຊາຍແດນ ແລະ
ດ່ານຊາຍແດນທາງບົກ ລາວ-ຫວຽດນາມ, ເພີ່ມທະວີວຽກງານປະສານສົມທົບ, ກວດກາລາດຕະເວນແບບຄູ່ຂະໜານ, ເພື່ອກວດກາຕິດຕາມເຝົ້າລະວັງ,
ສະກັດກັ້ນຕອບຕ້ານທັນເວລາບັນດາປະກົດການລະເມີດກົດໝາຍ, ອາດສະຍາກຳເຊັ່ນ: ການທຳລາຍ, ການລັກລອບເຄື່ອນຍ້າຍຫຼັກໝາຍແຫ່ງຊາດ, ສັນ
ຍາລັກເຄື່ອງໝາຍເສັ້ນຊາຍແດນ, ແລວທາງການສັງເກດເບິ່ງເຫັນເສັ້ນຊາຍແດນ, ການແລກປ່ຽນຂໍ້ມູນຂ່າວສານ, ຕ້ານສະກັດກັ້ນການຍົກຍ້າຍພົນລະ
ເມືອງຂ້າມຊາຍແດນທີ່ບໍ່ໄດ້ຮັບອະນຸຍາດ, ສະກັດກັ້ນກົນອຸບາຍເລ່ຫຼ່ຽມການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ, ສືບຕໍ່ຊີ້ນຳບັນດາກົມກອງປະຕິ
ບັດບັນດາຂໍ້ກຳນົດໃນການຈັດຕັ້ງແຮກສ່ຽວລະຫ່ວາງ ບັນດາຄ້າຍທະຫານຊາຍແດນສອງແຂວງ: ກວາງຈິ້ ແລະ ເທື່ອທຽນເຫວ້ ກັບກອງຮ້ອຍປ້ອງກັນ
ຊາຍແດນ 511 ກອງບັນຊາການທະຫານ ແຂວງສາລະວັນ.

     ນອກນີ້ ກອງບັນຊາການທະຫານຊາຍແດນ ແຂວງເທື່ອທຽນເຫວ້ ຈະເປີດຊຸດອົບຮົມວຽກງານວິຊາສະເພາະຊາຍແດນ ໃຫ້ພະນັກງານ ກອງບັນຊາ
ການທະຫານ ແຂວງສາລະວັນ ຈໍານວນ 20 ສະຫາຍ ໃນໄລຍະເວລາ 1 ເດືອນ. ຄາດວ່າຈະຈັດຂຶ້ນໃນລະຫ່ວາງ ເດືອນ ຕຸລາ 2022 ນີ້. ກອງບັນຊາ
ການທະຫານຊາຍແດນ ແຂວງເທື່ອທຽນເຫວ້ ສືບຕໍ່ປະສານກັບກອງບັນຊາການທະຫານ ແຂວງສາລະວັນ ເປັນເສນາທິການໃຫ້ອຳນາດການປົກຄອງ 2
ແຂວງ, ເພື່ອປະຕິບັດຕາມເນື້ອໃນບົດບັນທຶກການເດີນສຳຫຼວດ ແລະ ເຮັດວຽກ ຂອງ 2 ຄະນະວິຊາການຊາຍແດນ ລາວ-ຫວຽດນາມ ກ່ຽວກັບວຽກ
ປັບແປງແລວທາງໄປຫາຈຸດເຊື່ອມຕໍ່ເສັ້ນທາງລະຫ່ວາງ ດ່ານໂກຕ່າຍ ກັບ ດ່ານຮົ່ງເວິນ ແລະ ແກ້ໄຂບັນຫາເສັ້ນທາງທີ່ຕັດຜ່ານເສັ້ນຊາຍແດນ ທີ່ໄດ້ລົງ
ນາມຮ່ວມກັນໃນ ວັນທີ 6 ເມສາ 2022 ທີ່ ເມືອງອາເຫຼືອຍ, ແຂວງເທື່ອທຽນເຫວ້, ສືບຕໍ່ຮັກສາລະບອບການປະຊຸມພົບປະລະຫ່ວາງ ກອງບັນຊາການ
ທະຫານ ແຂວງສາລະວັນ ກັບກອງບັນຊາການທະຫານ ຊາຍແດນສອງແຂວງກວາງຈິ້-ເທື່ອທຽນເຫວ້ ປີລະຄັ້ງໂດຍຜັດປ່ຽນກັນເປັນເຈົ້າພາບ, ສ່ວນບັນ
ດາຄ້າຍທະຫານຊາຍແດນ ສອງແຂວງກວາງຈິ້-ເທື່ອທຽນ ເຫວ້ ກັບກອງຮ້ອຍທະຫານຊາຍແດນ 511 ແມ່ນ 6 ເດືອນຕໍ່ຄັ້ງໂດຍຜັດປ່ຽນກັນເປັນເຈົ້າ
ພາບ, ການກວດກາສາລະເວແບບຄູ່ຂະໜານລະຫ່ວາງ ສອງກົມກອງທີ່ເຮັດໜ້າທີ່ຄຸ້ມຄອງຊາຍແດນຕົວຈິງແມ່ນ 3 ເດືອນຕໍ່ຄັ້ງຕາມຮູບແບບຜັດປ່ຽນ
ກັນ. ໃນກໍລະນີຫາກມີເຫດບັງເອີນຮີບດ່ວນເກີດຂຶ້ນສອງຝ່າຍເປັນເຈົ້າການຈັດຕັ້ງພົບປະ, ແລກປ່ຽນໂດຍກົງ ຫຼື ປະສານກັນຜ່ານທາງໂທລະສັບ ຫຼື ແຈ້ງ
ການເປັນເອກະສານໃຫ້ກັນ ແລະ ກັນເພື່ອເອກະພາບແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ທັນເວລາ.

     ສອງຝ່າຍສືບຕໍ່ຈັດຕັ້ງຄະນະເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນເຊິ່ງກັນ ແລະ ກັນໃນໂອ ກາດວັນສຳຄັນຕ່າງໆ ແລະ ເຫັນດີເປັນເອກະພາບຈັດ
ກອງປະຊຸມສາມັນປະຈໍາປີ 2023 ທີ່ນະຄອນເຫວ້, ແຂວງເທື່ອ ທຽນເຫວ້. ໃນພິທີໄດ້ເຊັນບົດບັນທຶກຊ່ວຍຈໍາຮ່ວມກັນລະຫວ່າງຄະນະຜູ້ແທນ 3 ແຂວງ,
ລະຫວ່າງ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງສາລະວັນ, ສະຫາຍ ພັນເອກ ເຈີ່ນຊັວນລ້ານ ຮອງ
ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວາງຈິ້ ແລະ ສະຫາຍ ພັນເອກ ຟ້າມ ຕຸງເລິມ ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍ
ແດນ ເທື່ອທຽນເຫວ້ ໂດຍມີຄະນະທັງ 3 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/08/2022