ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊີ້ນຳບັ້ນເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ
ກະກຽມຄວາມພ້ອມປະຕິບັດວຽກງານຕົວຈິງ

     ວັນທີ 3 ກັນຍາ 2021 ນີ້, ຄະນະຊີ້ນຳລວມ ແລະ ບັນດາອະນຸກໍາມະການ ໄດ້ຈັດກອງປະຊຸມ ແຜນການເຄື່ອນໄຫວ ວຽກງານພັກ-ວຽກງານການ
ເມືອງ ໃນບັ້ນເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ
ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີບັນດາສະຫາຍ ຄະນະຮັບຜິດຊອບ ແຕ່ລະວຽກງານ ເຂົ້າຮ່ວມ.

     ສະຫາຍ ພັນໂທ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມ ໂຄສະນາ-ອົບຮົມ ກົມໃຫຍ່ການເມືອງ ກອງທັບ, ຮອງຫົວໜ້າ ຄະນະຊີ້ນໍາລວມວຽກ
ງານພັກ-ວຽກງານການເມືອງ ຂອງບັ້ນເຝິກຊ້ອມ ກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໄດ້ລາຍງານແຜນການເຄື່ອນໄຫວໄລຍະກະ
ກຽມ ແລະ ເຝິກຊ້ອມ ຕໍ່ຄະນະຮັບຜິດຊອບ ວຽກງານພັກ-ວຽກງານການເມືອງ, ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ໄດ້ປະສານສົມທົບ ປຶກສາຫາລື ແລະ ເຊື່ອມ
ຊຶມແຜນການເຄື່ອນໄຫວ ວຽກງານ ຂອງຕົນ, ພ້ອມທັງ ຮ່າງບັນດາເນື້ອໃນເອກະສານຕ່າງໆ ກ່ຽວກັບ ວຽກງານພັກ-ວຽກງານການເມືອງ, ຈັດຕັ້ງພະນັກ
ງານ ຄະນະວຽກງານການເມືອງ ລົງປະສານສົມທົບ ກັບ ອຳນາດການປົກຄອງບ້ານ ໃກ້ຄຽງສະຖານທີ່ເຝິກຊ້ອມ (ບ້ານອ່າງນໍ້າຫຸມ1, ບ້ານອ່າງນໍ້າຫຸມ 2,
ບ້ານນາທອນ) ກ່ຽວກັບ ການປະຕິບັດຮີດຄອງປະເພນີ ແລະ ໃຫ້ການຮ່ວມມືກັບບັນດາກົມກອງທີ່ເຂົ້າຮ່ວມເຝິກຊ້ອມ, ປະສານສົມທົບກັບວິທະຍາຄານ
ພະລາທິການ ກອງທັບ ກ່ຽວກັບວຽກງານຂະບວນການ, ຮາກຖານ, ຄວາມປອດໄພ ແລະ ອື່ນໆ ຈັດຕັ້ງກອງປະຊຸມມອບໝາຍໜ້າທີ່ ໃຫ້ແຕ່ລະພາກສ່ວນ
(ກອງເລຂາ, ປ້ອງກັນ, ກອງແກວົງ, ສິລະປະກອນກອງທັບ, ນັກຂ່າວ, ໜ່ວຍງານສາຍຮູບເງົາ-ເຄື່ອງສຽງ, ປະດັບປະດາ ແລະ ວຽກງານຮັບປະກັນ) ເພື່ອ
ກຽມ ພ້ອມເຮັດສໍາເລັດໜ້າທີ່.

     ການເຝິກຊ້ອມດັ່ງກ່າວນີ້ ແມ່ນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມບັ້ນເຝິກຊ້ອມກອບກູ້ໄພພິບັດ ໃຫ້ ເຂົ້າ
ໃຈ ຢ່າງເລິກເຊິ່ງ ຕໍ່ໜ້າທີ່ຄວາມຮັບຜິດຊອບ ຂອງຕົນ ແລະ ກໍາແໜ້ນຄວາມສໍາຄັນ, ຈຸດປະສົງ-ຄາດໝາຍ ຂອງ ການເຝິກຊ້ອມກອບກູ້ໄພພິບັດ 3 ກອງ
ທັບ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງປະຫວັດສາດນີ້, ເຮັດໃຫ້ການເຝິກຊ້ອມກອບກູ້ໄພພິບັດ ຄັ້ງນີ້ມີຜົນສໍາເລັດ ແລະ ມີຄວາມປອດໄພ 100% ທັງເປັນ
ການຍົກລະດັບຄວາມຮູ້ຄວາມສາມາດ, ຄວາມຊໍານິຊໍານານ ຂອງພະນັກງານນໍາພາ-ບັນຊາ ແຕ່ລະຂັ້ນ ແລະ ຂະແໜງການເຫຼົ່າຮົບວິຊາສະເພາະຕ່າງໆ ຂອງ
ກອງທັບເຮົາ ໃຫ້ມີຄວາມພ້ອມຕະຫຼອດເວລາ ໃນການຮ່ວມມືກັບບັນດາກອງທັບ ປະເທດເພື່ອນມິດ ໃນວຽກງານກອບກູ້ໄພພິບັດ, ກອບກູ້ ເອົາຊີວິດ
ແລະ ຊັບສິນ ຂອງປະຊາຊົນ ຜູ້ປະສົບໄພພິບັດ ແລະ ການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ຄັ້ງນີ້ ເປັນກິດຈະກໍາອັນສໍາຄັນ ໃນການເສີມຂະຫຍາຍມູນ
ເຊື້ອ ຄວາມສາມັກຄີ, ນໍ້າໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງ ກອງທັບເຮົາ ກັບກອງທັບບັນດາ ປະເທດເພື່ອນມິດ ໂດຍສະເພາະ ແມ່ນກອງທັບ 3
ຊາດອິນດູຈີນໃຫ້ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຖືເອົາໂອກາດນີ້ເປັນການຍົກ ລະດັບພະນັກງານ ທີ່ເຮັດວຽກງານພັກ-ວຽກງານການເມືອງ ໃນການ
ເຄື່ອນໄຫວວຽກງານ ຮ່ວມກັບກອງທັບບັນດາປະເທດ ເພື່ອນມິດ.

     ໂອກາດດັ່ງກ່າວ, ສະຫາຍ ປະທານ ໄດ້ສະແດງຄວາມຊົມເຊີຍ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ກໍຄືພາກສ່ວນເຮັດວຽກງານພັກ-ວຽກງານການເມືອງ ໃນບັ້ນ
ຮົບ ເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ທີ່ຖືກແຕ່ງຕັ້ງ ແຕ່ລະໜ້າວຽກປະຕິ
ບັດໜ້າທີ່ວຽກງານ ຂອງຕົນ ກະກຽມຄວາມພ້ອມ ເພື່ອຮັບປະກັນບັ້ນເຝິກຊ້ອມກອບ ກູ້ໄພພິບັດ 3 ກອງທັບ ປະສົບຜົນສຳເລັດ ແລະ ຮັບປະກັນໄດ້ຄວາມ
ປອດໄພ 100%.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/09/2021