ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ ກວດພົບຜູ້ຕິດເຊື້ອໃໝ່ 414 ຄົນ ຊຸມຊົນ 404 ຄົນ ແລະ ນຳເຂົ້າ 10 ຄົນ

     ວັນທີ 7 ຕຸລາ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໂດຍໄດ້ຮັບການ
ມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດCOVID-19, ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດ
ຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດວັນທີ 6 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງ ມາກວດຊອກຫາເຊືື້ອ COVID-19 ທັງໝົດ
4,965 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 414 ຄົນ ( ຕິດເຊື້ອພາຍໃນ = 404 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ ) ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້
ຕິດເຊືື້ອພາຍໃນ ໃໝ່ ທັງໝົດມີ 404 ຄົນ ຊຶ່ງມີລາຍລະອຽດດັ່ງນີ້: ນະຄອນຫຼວງ 146 ຄົນ: ມີ 7 ເມືອງ ແລະ 59 ບ້ານ, ເມືອງຈັນທະບູລີ ມີ 07 ບ້ານ
(25 ຄົນ), ເມືອງສີໂຄດຕະບອງ ມີ 12 ບ້ານ (21 ຄົນ), ເມືອງໄຊເສດຖາ ມີ 07 ບ້ານ (20 ຄົນ), ເມືອງສີສັດຕະນາກມີ 05 ບ້ານ (19 ຄົນ), ເມືອງ
ນາຊາທອງ ມີ 09 ບ້ານ (28 ຄົນ), ເມືອງໄຊທານີ ມີ 14 ບ້ານ (17 ຄົນ), ເມືອງຫາດຊາຍຟອງ ມີ 05 ບ້ານ (10 ຄົນ) ແລະ ຍັງສືບຕໍ່ເອົາຂໍ້ມູນຕື່ມ 06
ຄົນ. ຫຼວງພະບາງ 143 ຄົນ: ເມືອງງອຍ ມີ 02 ບ້ານ (63 ຄົນ), ບ້ານປາກບາກ ມີ 51 ຄົນ, ບ້ານໜອງຂຽວ ມີ 12 ຄົນ; ເມືອງນໍ້າບາກ ມີ 07 ບ້ານ
(41 ຄົນ), ບ້ານໂພນສະອາດ ມີ 23 ຄົນ, ບ້ານນໍ້າລາ ມີ 11 ຄົນ, ບ້ານທ່າບູ້ ແລະ ບ້ານຟ້າ ມີບ້ານລະ 02 ຄົນ, ບ້ານທ່າລີ້ເໜຶອ, ບ້ານນໍ້າຖ້ວມເໜຶອ
ແລະ ບ້ານໂພນໄຊ ມີບ້ານລະ 01 ຄົນ; ນະຄອນຫລວງພະບາງ ມີ 07 ບ້ານ (21 ຄົນ), ບ້ານຜາໂອ ມີ 11 ຄົນ,ບ້ານໜອງຊາຍ ມີ 04 ຄົນ, ບ້ານພູເຫຼັກ
ມີ 02 ຄົນ, ບ້ານຜາສຸກ, ບ້ານຜາໂຄມ, ບ້ານນູນສະຫວາດ ແລະ ບ້ານໂພສີ ມີບ້ານລະ 01 ຄົນ (ລວມເປັນ 4 ຄົນ); ເມືອງຊຽງເງີນມີ 04 ບ້ານ (18
ຄົນ), ບ້ານຊຽງເງີນ ມີ 12 ຄົນ, ບ້ານປາກຂັນ ມີ 04 ຄົນ, ບ້ານດອນໂມ ແລະ ບ້ານປາກແວດ ມີບ້ານລະ 01 ຄົນ. ສະຫວັນນະເຂດ 54 ຄົນ: ເມືອງ
ອຸທຸມພອນ ມີ 11 ບ້ານ (40 ຄົນ), ນະຄອນໄກສອນ ມີ 05 ບ້ານ (09 ຄົນ), ເມືອງໄຊບູລີ ມີ 02 ບ້ານ (03 ຄົນ), ເມືອງໄຊພູທອງ ມີ 01 ບ້ານ (01
ຄົນ), ເມືອງສອງຄອນ ມີ 01 ບ້ານ (01 ຄົນ); ແຂວງ ບໍລິຄຳໄຊ: 23 ຄົນ, ທັງໝົດ ແມ່ນໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອຜ່ານມາ ດັ່ງລຸ່ມນີ້: ເມືອງປາກ
ກະດິງ ມີ 02 ບ້ານ (23 ຄົນ); ໄຊສົມບູນ 9 ຄົນ: ທັງໝົດຈາກ ເມືອງລ້ອງຊານ; ຄໍາມ່ວນ 7 ຄົນ: ທັງໝົດ ແມ່ນຕິດເຊື້ອພາຍໃນສູນ; ແຂວງວຽງຈັນ 6
ຄົນ: ທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ, ດັ່ງລຸ່ມນີ້: ເມືອງວັງວຽງ ມີ 04 ຄົນ, ເມືອງໂພນໂຮງ ມີ 02 ຄົນ; ບໍ່ແກ້ວ 6 ຄົນ: ຈາກ ເມືອງ ຕົ້ນເຜີ້ງ
2 ແລະ ເຂດພິເສດ 4 ຄົນ (ເເຮງງານພະມ້າ); ຈໍາປາສັກ 6 ຄົນ: ນະຄອນປາກເຊ ມີ 03 ຄົນ, ເມືອງບາຈຽງຈະເລີນສຸກ ມີ 03 ຄົນ; ສາລະວັນ 4 ຄົນ,
ເມືອງສາລະວັນ ມີ 03 ບ້ານ (04 ຄົນ). ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດ
ຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້. ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 10 ຄົນ ຄື: ສາລະວັນ 5 ຄົນ,ສະຫວັນນະ
ເຂດ 3 ຄົນ ແລະ ແຂວງ ຈໍາປາສັກ 2 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ
ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. ມາຮອດວັນທີ 6 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ
ພະຍາດໂຄວິດ-19 ຢູ່ ສປປ ລາວ 26.876 ຄົນ, ເສຍຊີວິດສະສົມ 23 (0 ໃໝ່), ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 304 ຄົນ ແລະ ຍັງສືບຕໍ່ປິ່ນປົວ
6.393 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/10/2021