ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ເປີດຂະບວນການແຂ່ງຂັນກີລາມວນຊົນ

     ໃນວັນທີ 7/11/2017 ນີ້, ຢູ່ເດີ່ນກີລາກົມໃຫຍ່ພະລາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນກີລາມວນຊົນຊີງຂັນຫົວໜ້າກົມໃຫຍ່ພະລາທິ
ການກອງທັບ, ໂດຍພາຍໃຕ້ການເປັນປະທານຂອງ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ຄະນະພັກອົງການກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ,
ມີຫົວໜ້າກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ, ຄູເຝິກ ແລະ ນັກກີລາຈຳນວນ 31 ກົມກອງທີ່ຂຶ້ນກັບເຂົ້າຮ່ວມ.


ເປີດຂະບວນການແຂ່ງຂັນກີລາມວນຊົນຊີງຂັນຫົວໜ້າກົມໃຫຍ່ພະລາທິການກອງທັບ

     ໂດຍປະຕິບັດຕາມແຜນການຈັດຕັ້ງແຂ່ງຂັນກີລາມວນຊົນທົ່ວກົມໃຫຍ່ພະລາທິການກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 69 ປີ ທີ່ຈະມາເຖິງນີ້ ແລະ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ
ແລະ ເພື່ອເຮັດໃຫ້ພະນັກງານ-ນັກຮົບໃນທຸກໆກົມກອງເຫັນໄດ້ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຜົນງານການເຄື່ອນໄຫວຮອບ ດ້ານຂອງທຸກກົມກອງ
ພາຍໃຕ້ການນຳພາຂອງພັກ ໂດຍສະເພາະຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກກົມໃຫຍ່ພະລາທິການກອງທັບຕະຫຼອດໄລຍະທີ່ຜ່ານມາ ແລະ
ເປັນການຄັດເລືອກເອົານັກກີລາດີເດັ່ນສ້າງເປັນທີມກົມໃຫຍ່ພະລາທິການ ເພື່ອສົ່ງເຂົ້າແຂ່ງຂັນກີລາໃນເຂດອ້ອມຂ້າງກະຊວງປ້ອງກັນປະເທດທີ່ໃກ້ຈະມາ
ເຖິງນີ້, ກີລາທີ່ນຳມາແຂ່ງຂັນໃນຄັ້ງນີ້ລວມມີ 3 ປະເພດ, 5 ລາຍການ ຄື: ບານສົ່ງຊາຍ, ບານສົ່ງຍິງ, ເປຕັງອາວຸໂສ, ເປຕັງປະສົມຊາຍ-ຍິງ ແລະ ກະຕໍ້
ຫວາຍ ເຊິ່ງລວມທັງໝົດ 80 ທີມ, ງານແຂ່ງຂັນກີລາໃນຄັ້ງນີ້ຈະດຳເນີນໄປ ແຕ່ວັນທີ 7-15/11/2017.

     ໂອກາດນີ້ ທ່ານ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ໄດ້ມີຄຳເຫັນໂອ້ລົມໃນງານເປີດຂະບວນການແຂ່ງຂັນກີລາໃນຄັ້ງນີ້ ໂດຍສະເພາະຮຽກຮ້ອງມາຍັງຄະ
ນະພັກ-ຄະນະບັນຊາ, ກຳມະການ-ຄູເຝິກ ພ້ອມດ້ວຍນັກກີລາ ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມ
ທຸກຄວາມສາມາດ ພ້ອມກັນອົດທົນຜ່ານຜ່າ, ຮັກສາໄດ້ນ້ຳໃຈມິດຕະພາບ, ຄວາມສາມັກຄີຮັກແພງລະຫວ່າງນັກກີລາດ້ວຍກັນ ເພື່ອເຮັດໃຫ້ງານແຂ່ງ
ຂັນກີລາໃນຄັ້ງນີ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.