ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຮາກຖານສານທະຫານຂັ້ນສູງດຳເນີນກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນ

   ຄະນະພັກຮາກຖານສານທະຫານຂັ້ນສູງໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນ ໃນວັນທີ 6 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ
ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກທີ່
ຂຶ້ນກັບ ພ້ອມສະມາຊິກພັກສົມບູນສຳຮອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນຈັດຕະວາ ວົງສອນ ອິນປານພິມ ເຂົ້າຮ່ວມເປັນປະທານກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານສານທະຫານຂັ້ນສູງ

     ສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ເລຂາຄະນະພັກຮາກຖານ ປະທານສານທະຫານຂັ້ນສູງ ໄດ້ຕີລາຄາຄືນການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະພັກຮາກ
ຖານໃນໄລຍະຜ່ານມາ ເຊິ່ງຄະນະພັກໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບໃຫ້ມີຄຸນທາດການເມືອງ
ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ ດ້ານວິຊາສະເພາະຄະນະພັກຮາກຖານສານ
ທະຫານຂັ້ນສູງໄດ້ຊີ້ນຳ-ນຳພາໃນການຄົ້ນຄວ້າແກ້ໄຂພິຈາລະນາຕັດສິນຄະດີອາຍາຕາມການສັ່ງຟ້ອງຂອງອົງການໄອຍະການທະຫານປະຕິບັດຖືກຕ້ອງຕາມກົດໝາຍ
ແລະ ມີຄວາມຍຸດຕິທຳໃຫ້ແກ່ສັງຄົມ, ໃນນັ້ນຄະດີອາຍາຂັ້ນຕົ້ນມີຄະດີທັງໝົດ 29 ເລື່ອງ, ແກ້ໄຂແລ້ວ 25 ເລື່ອງ, ຍັງຄ້າງ 4 ເລື່ອງ, ຄະດີອາຍາຂັ້ນອຸທອນມີຄະດີທັງ
ໝົດ 2 ເລື່ອງ, ແກ້ໄຂແລ້ວ 1 ເລື່ອງ, ຂໍລົບລ້າງໄປສານປະຊາຊົນສູງສຸດ 1 ເລື່ອງ, ຄະດີອັນພົ້ນເດັ່ນການຄ້າຂາຍຢາເສບຕິດ, ການຍັກຍອກຊັບຂອງລັດ ແລະ ລວມໝູ່,
ພ້ອມນີ້ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກວາງອອກ ເຊິ່ງສາມາດຕີລາຄາແບ່ງ
ປະເພດໄດ້ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານສານທະຫານຂັ້ນສູງໃນນັ້ນ, ໜ່ວຍພັກສານທະຫານຂັ້ນສູງໄດ້ຮັບໃບ ຢັ້ງຢືນກອງຮາກຖານເຂັ້ມແຂງ, ໜ່ວຍພັກຮູ້
ນຳພາຮອບດ້ານ 1 ສະໄໝ, ໄດ້ຮັບໃບຢັ້ງຢືນເປັນກົມກອງປອດໃສ, ປອດໄພ, ປອດຄະດີປະເພດໜຶ່ງ 1 ສະໄໝ, ໜ່ວຍພັກສານທະຫານພາກເໜືອ ໄດ້ຮັບນາມມະຍົດເປັນ
ກອງຮາກຖານເຂັ້ມແຂງ, ໜ່ວຍພັກຮູ້ນຳພາຮອບດ້ານ 9 ສະໄໝຕິດຕໍ່ກັນ, ໄດ້ຮັບທຸງໄຊ 1 ຜືນ ແລະ ໄດ້ຮັບນາມມະຍົດກົມກອງ 3 ປອດປະເພດໜຶ່ງ 5 ສະໄໝຕິດຕໍ່ກັນ,
ໜ່ວຍພັກສານທະຫານພາກກາງໄດ້ຮັບໃບຢັ້ງຢືນກອງຮາກຖານເຂັ້ມແຂງ, ໜ່ວຍພັກຮູ້ນຳພາຮອບດ້ານ 2 ສະໄໝ, ໜ່ວຍພັກສານທະຫານພາກໃຕ້ໄດ້ຮັບໃບຢັ້ງຢືນກອງ
ຮາກຖານເຂັ້ມແຂງ, ໜ່ວຍພັກຮູ້ນຳຮອບດ້ານ 4 ສະໄໝ, ໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈຳນວນ 1 ໜ່ວຍ. ຈາກຜົນງານດັ່ງກ່າວພະນັກງານ-ສະມາຊິກພັກໄດ້ຮັບການ
ຍ້ອງຍໍປະເພດຕ່າງໆເຊັ່ນ: ຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 2 ສະຫາຍ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 4 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ I ຈຳນວນ 1 ສະ
ຫາຍ, ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 6 ສະຫາຍ, ຫຼຽນພິລະອາດຫານຊັ້ນ III ຈຳນວນ 5 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 39 ສະຫາຍ, ຫຼຽນກາ
ແຮງງານ 39 ສະຫາຍ, ໃບຍ້ອງຍໍລັດຖະບານ 26 ສະຫາຍ ແລະ ໃບຍ້ອງຍໍກະຊວງປ້ອງກັນປະເທດ 5 ສະຫາຍ. ນອກນີ້ຄະນະພັກຮາກຖານສານທະຫານຂັ້ນສູງຍັງໄດ້ເອົາ
ໃຈໃສ່ຊີ້ນຳ-ນຳພາວຽກງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ໃນນັ້ນ, ລ້ຽງງົວ, ໝູ, ສັດປີກ, ປາດຸກ, ກົບ, ປູກຕົ້ນໄມ້ໃຫ້ໝາກ ແລະ ໄມ້ສັກ. ກອງປະຊຸມຍັງໄດ້ປ່ອນ
ບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ໂດຍແມ່ນສະຫາຍ ພົນຈັດຕະວາ ບຸນຍົງ ດາວົງໄຊ ເປັນເລຂາຄະນະພັກຮາກຖານ, ພັນໂທ ສິງທອງ ຄຳປະເສີດ ເປັນຮອງເລຂາ
ຄະນະພັກຮາກຖານ ແລະ ພັນໂທ ສາຍສະໝອນ ກິລືໄຊ ເປັນປະທານກວດກາພັກ.

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກໍໄດ້ໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ
ແລະ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ຈົ່ງເພີ່ມທະວີສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານສະມາຊິກພັກມີຄຸນທາດການເມືອງທີ່ໜັກແໜ້ນ, ຍົກ
ສູງສະຕິລະວັງຕົວ ກຽມພ້ອມຕ້ານ ແລະ ສະກັດກັ້ນຍຸດທະສາດສົງຄາມຫັນປ່ຽນໂດຍສັນຕິ, ມີຄວາມຕື່ນຕົວທາງດ້ານການເມືອງ, ເພີ່ມທະວີບົດບາດການນຳພາຂອງພັກ
ເຂົ້າໃນທຸກຂົງເຂດວຽກງານເຮັດໃຫ້ລະບົບການຈັດຕັ້ງພັກ, ສະມາຊິກພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ວຽກງານກວດກາພັກ, ກວດກາລັດ ຕິດ
ພັນກັບວຽກງານກໍ່ສ້າງກອງ 3 ປອດໃຫ້ປາກົດຜົນເປັນຈິງ.