ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນັກສຶກສາຂອງໂຮງຮຽນທິດສະດີການເມືອງກະຊວງ ປກສ
ລົງທັດສະນະສຶກສາຢູ່ກອງ “ ຂ  11 ”

     ວັນທີ 15 ກໍລະກົດ ຜ່ານມານີ້, ພັນເອກ ປະລິນຍາເອກ ວິໄລ ເພັມີໄຊ ຫົວໜ້າອຳນວຍການໂຮງຮຽນທິດສະດີການເມືອງກະຊວງ ປກສ ໄດ້ນຳພາ ນັກສຶກສາລະບົບບຳລຸງ 5 ເດືອນຊຸດທີ VII ລົງທັດສະນະສຶກສາຢູ່ກອງ “ຂ 11” ເຊິ່ງແມ່ນກົມກອງຈຸດສຸມຕົວແບບຂອງກະຊວງປ້ອງກັນປະເທດ ເພື່ອເກັບ ກຳຂໍ້ມູນຊອກຮູ້ບົດຮຽນປະສົບປະການກ່ຽວກັບການປັບປຸງກໍ່ສ້າງກຳລັງໃນດ້ານຕ່າງໆ ໂດຍສະເພາະແມ່ນໃນຂົງເຂດວຽກງານພັກ-ວຽກງານການເມືອງເຊິ່ງ
ມີຄະນະພັກ-ຄະນະບັນຊາ ແລະພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງໃນກົມກອງໃຫ້ການຕ້ອນ ຮັບ.

                                 
                                                                                           

     ໂອກາດນີ້, ພັນເອກ ບຸນສົງ ພິມມະວົງ ຫົວໜ້າການເມືອງກອງ “ຂ 11” ກໍໄດ້ລາຍງານໃຫ້ຄະນະດັ່ງກ່າວໄດ້ຮັບຊາບກ່ຽວກັບທີ່ຕັ້ງພາລະບົດບາດ, ໜ້າ ທີ່ການເມືອງຂອງກົມກອງ, ລວມທັງວິທີການ, ມາດຕາການສຳຄັນໃນການນຳພາປັບປຸງກໍ່ສ້າງກຳລັງພັດທະນາກົມກອງໃນດ້ານຕ່າງໆ ໂດຍສະເພາະແມ່ນ ການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ, ການສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ກອງປອດໄພ, ປອດໃສ, ປອດຄະດີ, ກອງວັດທະນະທຳ ແລະການສ້າງພະລາທິການກັບທີ່ຕາມທິດນຳ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເຊິ່ງໄດ້ເຮັດໃຫ້ບັນດາການຈັດ ຕັ້ງຮາກຖານພັກໃນທົ່ວກົມກອງໄດ້ຮັບການຢັ້ງຢືນຈາກຄະນະປະຈຳພັກກະຊວງປ້ອງກັນປະເທດ ເປັນກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານບັນລຸຄາດໝາຍ
ໄດ້100% ໃນນີ້ມີບາງຮາກຖານພັກແມ່ນໄດ້ຮັບການຢັ້ງຢືນຫຼາຍຄັ້ງຕໍ່ເນື່ອງ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012