ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫລຸບປະເມີນຜົນການກໍ່ສ້າງຮາກຖານການເມືອງທົ່ວກອງທັບໃນຊຸມປີຜ່ານມາ


     ກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບປະເມີນຜົນການກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນາບົດຮອບດ້ານ
ຕິດພັນກັບວຽກງານ 3 ສ້າງໃນຊຸມປີຜ່ານມາ (2013-2016) ໃນວັນທີ 26 ກໍລະກົດ ນີ້, ໂດຍການເປັນປະທານຂອງ ພັນເອກ ບົວໄລ ພົມມະວົງ ຫົວ
ໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ. ເຊິ່ງມີຜູ້ຕາງໜ້າຈາກກົມພະນັກງານ, ກົມຈັດຕັ້ງ, ກົມກຳລັງພົນ ແລະຫ້ອງການເມືອງເຂົ້າຮ່ວມ.

                                 
                                             ພັນເອກບົວໄລພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ເປັນປະທານພິທີສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງທົ່ວກອງທັບ

              

     ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານ ການເມືອງ-ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງທົ່ວ
ກອງທັບໃນໄລຍະຜ່ານມາ ເຊິ່ງເຫັນວ່າຄະນະພັກ-ຄະນະບັນຊາ, ແຕ່ລະຂັ້ນພະນັກງານກໍ່ສ້າງຮາກຖານແຕ່ລະຄົນແມ່ນໄດ້ເຊື່ອມຊຶມກຳແໜ້ນແນວທາງນະ
ໂຍບາຍຂອງພັກຢ່າງເລິກເຊິງ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີກັບອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າຮ່ວມກັນແກ້ໄຂຂໍ້
ຫຍຸ້ງຍາກທາງສັງຄົມ ເປັນຕົ້ນແມ່ນການຄ້າຂາຍເຖື່ອນ, ຂີ້ລັກງັດແງະ ເຫັນໄດ້ວ່າຫຼາຍກຸ່ມບ້ານມີຄວາມສະຫງົບໂດຍພື້ນຖານ, ສັງລວມແລ້ວການຈັດ
ຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງຜ່ານມາເຖິງຈະພົບກັບຄວາມຫຍຸ້ງຍາກຫຼາຍ
ປະການແຕ່ກໍ່ມີຜົນສຳເລັດໃນຫຼາຍດ້ານທີ່ເປັນພື້ນຖານຄື: ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ຮາກຖານມີຄວາມສະຫງົບ, ສ້າງ
ເງື່ອນໄຂໃຫ້ແກ່ການພັດທະນາ, ການທຳມາຫາກິນ, ການຄ້າຂາຍ, ການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່ານັບມື້ນັບດີຂຶ້ນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012