ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການຕີລາຄາຖອດຖອນບົດຮຽນບັ້ນເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ຄັ້ງທີ X

     ໃນວັນທີ 25 ກໍລະກົດ ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມຖອດຖອນບົດຮຽນບັ້ນເຄື່ອນໄຫວປ້ອງກັນກອງປະຊຸມ
ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ, ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດທີ VIII ແລະມອບໝາຍໜ້າທີ່ໃຫ້ບັນດາກົມກອງກຳລັງຫລວງ ກຳລັງທ້ອງຖິ່ນປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 29 ທີ່ ສປປ ລາວ ເປັນເຈົ້າພາບ ໂດຍການເປັນປະທານຂອງສະຫາຍ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບ, ເຊິ່ງມີບັນດາສະຫາຍ, ຄະນະພັກ-ຄະນະບັນຊາ ບັນດາກົມກອງເຂົ້າຮ່ວມ.

                                 
                                                              ພົນຕີສຸວອນເລືອງບຸນມີ ເປັນປະທານກອງປະຊຸມຖອດຖອນບົດຮຽນການປ້ອງກັນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

     ພັນເອກ ສອນທອງ ແກ້ວລໍຄຳ ຫົວໜ້າກົມສູ້ຮົບກົມໃຫຍ່ເສນາທິການ ໄດ້ຂຶ້ນຜ່ານບົດສະຫລຸບໃນໄລຍະຜ່ານມາກ່ຽວກັບການປ້ອງກັນບັນດາກອງ
ປະຊຸມດັ່ງກ່າວ ເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ແລະການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນໄປຕາມ
ແຜນການ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ແລະມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ນີ້ແມ່ນໄຊຊະນະອັນສຳຄັນໃນການ
ຈັດຕັ້ງປະຕິບັດໜ້າທີ່ຂອງກຳລັງ ປກຊ-ປກສ ເພື່ອສືບຕໍ່ຜັນຂະຫຍາຍເຂົ້າໃນການເຮັດໜ້າທີ່ປ້ອງກັນໃຫ້ແກ່ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ
ເຮົາຈະເປັນເຈົ້າພາບຈັດຂຶ້ນໃນມໍ່ໆ ໃຫ້ມີຄວາມສະຫງົບປອດໄພ 100%.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012